ໃນວັນທີ 24 ກັນຍາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີເປິດຂະບວນການແຂ່ງຂັນກິລາຊີງຂັນຫົວໜ້າ ພະແນກ ຊສ ແຂວງ ບໍ່ແກ້ວ ຄັ້ງທີ II ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານ ຂອງ ພະແນກ ຊສ ແຂວງ ບໍ່ແກ້ວ ແລະຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ບໍ່ແກ້ວ. ໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ມີຫົວໜ້າ ຮອງຫົວໜ້າ ຫ້ອງການ ຊສ 5 ເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານ-ລັດຖະກອນ ເຂົ້າຮ່ວມກັນຢ່າງພ້ອມພຽງ.

 

 ໃນພິທີ ທ່ານ ຄໍາໝັ້ນ ຈັນທະລິດ ໄດ້ຂື້ນກ່າວຈຸດປະສົງໃນຂະບວນການແຂ່ງຂັນກິລາ ໃນຄັ້ງນີ້ ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າໃນແຂວງ ບໍ່ແກ້ວ ພວມກະກຽມຄວາມພ້ອມດ້ານຕ່າງໆ ເພຶ່ອເປີດກອງປະຊຸມ 3 ຂັ້ນໂດຍສະເພາະແມ່ນກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງ ບໍ່ແກ້ວ ແລະ ຄຳນັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດຢ່າງເປັນຂະບວນກວ້າງຂວາງ ແລະຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມາຮອດມື້ນີ້ ເຊິ່ງເປັນມື້ໜຶ່ງ ທີ່ມີເງື່ອນໄຂເອື້ອອຳນວຍຄວາມສະດວກທຸກປະການ ແລະ ໂດຍການຕົກລົງເຫັນດີ ຈາກຄະນະພັກ ຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ຄະນະຮັບຜິດຊອບກິລາ ຈຶ່ງໄດ້ຈັດຕັ້ງພິທີເປີດຂະບວນການແຂ່ງຂັນກິລາຊິງຂັນຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ປະຈຳປີ 2020 ຂຶ້ນຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ.

    ໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີການປະກາດການຈັດຕັ້ງຊັບຊ້ອນ ແຕ່ງຕັ້ງພະນັກງານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ, ເປັນກຽດເຂົ້າຮ່ວມ ໃນພິທີດັ່ງກ່າວໂດຍ ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກນັ້ນ ຍັງມີແຂກຖືກເຊີນທີ່ມາຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະພະນັກງານ-ລັດຖະກອນ ເຂົ້າຮ່ວມ 40 ທ່ານ ເປັນຍິງ 13 ທ່ານ.

   ໃນພິທີ ທ່ານ ສົມຈິດ ສີປະເສີດ ຕາງໜ້າຄະນະຈັດຕັ້ງແຂວງ , ຫົວໜ້າ ຂະແໜງກໍ່ສ້າງພັກ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເຈົ້າແຂວງໆ ບໍ່ແກ້ວ ສະບັບເລກທີ 686/ຈຂ.ບກ ລົງວັນທີ 07 ກັນຍາ 2020 ວ່າດ້ວຍການຊັບຊ້ອນແຕ່ງຕັ້ງພະນັກງານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ.

     ເຈົ້າແຂວງ ບໍ່ແກ້ວ ຕົກລົງ: ເຫັນດີຊັບຊ້ອນ ແລະແຕ່ງຕັ້ງພະນັກງານ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ ບໍ່ແກ້ວ ຈໍານວນ 13 ທ່ານ, ຍິງ 03 ທ່ານ ດັ່ງລຸ່ມນີ້:

1. ທ່ານ ສົດແກ້ວ ກອງພະຈັນ ຫົວໜ້າ ຂະແໜງຕິດຕາມ ກວດກາ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເປັນຫົວໜ້າ ຂະແໜງ ບໍລິຫານ ແລະການເງິນ.

2. ທ່ານ ສົມສັກ ໄຊຍະວົງ ຮອງຫົວໜ້າ ຂະແໜງກວດກາລັດ ເປັນຮອງຫົວໜ້າຂະແໜງ ບໍລິຫານ ແລະການເງິນ.

3. ທ່ານ ນາງ ຈັນແສງ ວັນນຸສັກ ວິຊາການເປັນຮອງຫົວໜ້າຂະແໜງ ບໍລິຫານ ແລະການເງິນ.

4. ທ່ານ ອານຸສິດ ສີປະເສີດ ຫົວໜ້າຂະແໜງ ຈັດຕັ້ງ-ພະນັກງານ ເປັນຫົວໜ້າຂະແໜງ ຕິດຕາມ ກວດກາ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ.

5. ທ່ານ ສີພອນ ສີລິປັນຍາ ຮອງຫົວໜ້າ ຂະແໜງຈັດຕັ້ງ-ພະນັກງານ ເປັນຫົວໜ້າຂະແໜງ ຈັດຕັ້ງ-ພະນັກງານ.

6. ທ່ານ ໄຊສົມພອນ ຈັນທະສົມບູນ ຮອງຫົວໜ້າ ຂະແໜງທີ່ດິນ ເປັນຫົວໜ້າ ຂະແໜງທີ່ດິນ.

7. ທ່ານ ບຸນແຍງ ລາດຊະວົງ ວິຊາການ ເປັນຮອງຫົວໜ້າ ຂະແໜງທີ່ດິນ.

8. ທ່ານ ສົມຈິດ ແກ້ວໄມຜິດ ວິຊາການ ເປັນຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະອຸຕຸນິຍົມ.

9. ທ່ານ ນາງ ຂັນທອງ ຂັນທະພອນ ວິຊາການ ເປັນຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະອຸຕຸນິຍົມ.

10. ທ່ານ ວົງເດືອນ ສົມມີສຸກ ຮອງຫົວໜ້າ ຂະແໜງ ບໍລິຫານ ແລະການເງິນ ເປັນຮອງຫົວໜ້າຂະແໜງ ສິ່ງແວດລ້ອມ.

11. ທ່ານ ສູນທອນ ວັນນະຈອມຈັນ ວິຊາການ ເປັນຮອງຫົວໜ້າ ຂະແໜງສິ່ງແວດລ້ອມ.

12. ທ່ານ ນາງ ສຸດທະລາ ໃຈຍະສັກ ວິຊາການ ເປັນຮອງຫົວໜ້າຂະແໜງ ກວດກາລັດ.

13. ທ່ານ ນາງ ແສງຈ້ອຍ ໄຊຍະທິ ວິຊາການ ເປັນຮອງຫົວໜ້າຂະແໜງ ແຜນການ-ສະຖິຕິ ແລະຂໍ້ມູນ-ຂ່າວສານ.

     ຈາກນັ້ນ ຄະນະຈັດຕັ້ງພິທີ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ບໍ່ແກ້ວ ສະບັບເລກທີ 294/ຈຂ.ບກ, ລົງວັນທີ 26 ມີນາ 2020 ວ່າດ້ວຍການຍ້ອງຍໍບຸກຄົນ, ກົມກອງ ແລະບ້ານທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍ່ຄືແຂວງ ບໍ່ແກ້ວ ປະຈໍາປີ 2019 ແລະຜ່ານຂໍ້ຕົກລົງ ຂອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ສະບັບເລກທີ 68/ພຊສຂ, ລົງວັນທີ 28 ພຶດສະພາ 2020 ວ່າດ້ວຍການຍ້ອງຍໍຜົນງານ ປະຈໍາປີ 2019.

    ໃນໂອກາດນີ້ ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ສະແດງຄວາມຊົມເຊີຍ ຍ້ອງຍໍ ພະນັກງານ-ລັດຖະກອນ ພ້ອມທັງຮຽກຮ້ອງ ໃຫ້ ບັນດາທ່ານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ປະຕິ ບັດໜ້າທີ່ ວຽກງານ, ສືບຕໍ່ປະຕິບັດໜ້າທີ່ການເມືອງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ຕາມທີ່ຂັ້ນ ເທິງກໍຄືການຈັດຕັ້ງ ມອບໝາຍໃຫ້ໄດ້ຮັບຜົນດີ ແລະ ໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.

    ໃນເວລາ 8:00 ໂມງ ຂອງວັນທີ 09 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມເປີດກວ້າງເພື່ອຄວາມເປັນເອກະພາບ ແລະສໍາມະນາກ່ຽວກັບຮ່າງຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແບບຮອບດ້ານ ຂອງແຂວງ ບໍ່ແກ້ວ ຮ່ວມກັບ ອົງການປົກຄອງ ແລະສະພາປະຊາຊົນແຂວງ.  ໂດຍໃຫ້ກຽດເປັນປະທານ ກອງປະຊຸມ ປອ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ.

  ໃນກອງປະຊຸມ ທ່ານ ຄໍາພູວົງ ອິນສີຊຽງໃໝ່ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໄດ້ສະເໜີຈຸດປະສົງໃນການເປີດກອງປະຊຸມໃນຄັ້ງນີ້: ຜ່ານແຜນຈັດສັນທີ່ດິນ ແລະຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຂອງແຂວງ ບໍ່ແກ້ວ ເຊິ່ງປະກອບດ້ວຍ 4 ພາກຄື:

 ພາກທີ1: ສັງເກດຕີລາຄາສະພາບຈັດສັນທີ່ດິນແລະຄຸ້ມຄອງສີ່ງແວດລ້ອມແຂວງບໍ່ແກ້ວມີ2ຂໍ້້ໃຫຍ່ແລະ6ຂໍ້ນ້ອຍ.

 ພາກທີ2:ວິໄສທັດ ແລະຍຸດທະສາດຂອງການຈັດສັນທີ່ດິນ ແລະຄຸ້ມຄອງສີ່ງແວດລ້ອມແບບຮອບດ້ານ ມີ 6ຂໍ້ໃຫຍ່ແລະ 6ຂໍ້ນ້ອຍ.

 ພາກທີ3:ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານແຂວງ ບໍ່ແກ້ວມີ 3ຂໍ້ໃຫຍ່ 18ຂໍ້ນ້ອຍ.

 ພາກທີ4:ມາດ​ຕະ​ການ​ ແລະ ການຈັດ​ຕັ້ງ​ປະ​ຕິ​ບັດລວມມີ2ຂໍ້ໃຫຍ່ 3ຂໍ້ນ້ອຍ.

     ແຜນຈັດສັນທີ່ດິນ ແມ່ນ​ການ​ກໍານົດ​ເຂດ, ກໍານົດ​ປະ​ເພດ​ທີ່​ດິນ​ຢ່າງ​ເປັນ​ລະບົບເພື່ອ​ຮັບປະກັນ​ໃນການ​ຄຸ້ມ​ຄອງປົກ​ປັກ​ຮັກສາ, ພັດທະນາ ​ແລະ ນຳ​ໃຊ້​ທີ່​ດິນ ​ໃຫ້ເກີດ​ຜົນ​ປະ​ໂຫຍ​ດສູງສຸດ ປະກອບສ່ວນໃນການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ​. ແຜນຈັດສັນທີ່ດິນແບ່ງອອກເປັນ ສອງລະດັບ ຄື: ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນແມ່ບົດຈັດສັນທີ່ດິນຂັ້ນທ້ອງຖິ່ນ (ຂັ້ນແຂວງ), ສ່ວນຂັ້ນເມືອງ ແລະ ຂັ້ນບ້ານ ເອີ້ນວ່າ “ແຜນ​ການນໍາໃຊ້​ທີ່​ດິນ’’.ແຜນ​ຈັດ​ສັນ​ທີ່​ດິນ ແລະ ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມແບບ​ຮອບ​ດ້ານສະ​ບັບ​ນີ້ ຈະເປັນເຄື່ອງ​ມື​ທາງ​ດ້ານ​ນິ​ຕິ​ກຳ​ທີ່​ສຳ​ຄັນ ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຕັດ​ສິນ​ໃຈໃນ​​ການ​ພັດ​ທະ​ນາໃຫ້ໄວຂຶ້ນ ໂດຍສະເພາະການພິ​ຈາ​ລະ​ນາ​ປັດ​ໃຈ​ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອກຳນົດແຜນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະສອດຄ່ອງກັບແຜນແມ່ບົດການຈັດສັນທີ່ດິນແຫ່ງ ຊາດ; ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ ຕາມລະບຽບກົດໝາຍ, ນໍາໃຊ້ຊັບພະຍາກອນທີ່ມີ  ເພື່ອສ້າງ​ຜົນ​ປະ​ໂຫຍດສູງສຸດ​ໃຫ້ແກ່​ທ້ອງຖິ່ນ​.    ແຜນ​ດັ່ງ​ກ່າວນີ້, ​​ເປັນ​ແຜນ​ມະ​ຫາ​ພາກຂັ້ນທ້ອງຖິ່ນ ຊຶ່ງໄດ້ກຳ​ນົດ​ວິ​ໄສ​ທັດ​ ແລະ ຍຸດທະສາດ ໃນການ​ພັດ​ທະ​ນາ​ພື້ນ​ທີ່​ ເປັນແຕ່ລະໄລ​ຍະ​ບົນ​ພື້ນ​ຖານ​ທ່າ​ແຮງ​ທີ່​ບົ່ມ​ຊ້ອນ​ຂອງບັນດາເມືອງ  ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື ແລະ ສັງ​ລວມ​ເອົາ​ບັນ​ດາ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງກໍານົດເປັນເຂດ​ພັດ​ທະ​ນາ​​​ ແລະ ສ້າງ​ເປັນ​ແຜນ​ທີ່ນໍາໃຊ້ທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມຢ່າງ​ຈະ​ແຈ້ງ ເປັນຕົ້ນແມ່ນເຂດທີ່ຢູ່ອາໄສ, ເຂດກະສິກຳ, ເຂດອຸດສາຫະກຳ ແລະ ເຂດອຶ່ນໆ... ໂດຍ​​ໄດ້ກຳ​ນົດຫຼັກການ ແລະ ມາດ​ຕະ​ການ​​​ ໃນການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ພ້ອມທັງມີມາດຕະການໃນການ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່ສິ່ງ​ແວດ​ລ້ອມແລະສັງ​ຄົມຂອງ​ແຕ່​ລະ​ຂົງເຂດວຽກງານ.  

 

        ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 03 ກັນຍາ 2020 ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ ,ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຊຸກຍູ້ວຽກງານຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ເມືອງ ປາກທາ  ໂດຍໄດ້ເຂົ້າພົບ ທ່ານ ສຸໄລ ດວງຜາຄໍາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ປາກທາ ເພື່ອແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວວຽກງານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ປາກທາ. 

ຈາກນັ້ນ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ພ້ອມທິມງານໄດ້ລົງພົບປະໂອ້ລົມ ແລະ ເຮັດວຽກນຳຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງປາກທາ ໂດຍມີ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ປາກທາ ເຂົ້າຮ່ວມ.

        ທ່ານ ໄພວັນ ວັນນາທອງ ຫົວໜ້າຫ້ອງການ ຊສ ເມືອງ ປາກທາ ໄດ້ລາຍງານການການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ຫົວໜ້າ ພຊສ ແຂວງຮັບຮູ້. ຫລັງຈາກນັ້ນບັນດາຂະແໜງການທີ່ກ່ຽວ ຂ້ອງຂອງແຂວງກໍ່ໄດ້ແນະນຳບັນດາໜ້າວຽກຂອງຕົນໃຫ້ເມືອງສືບຕໍ່ເອົາໃຈໃສ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ສຳ ເລັດຕາມແຜນການ.

     ໃນກອງປະຊູມ ທ່ານຄໍາໝັ້ນ ຈັນທະລິດ ກໍ່ໄດ້ເນັ້ນໜັກໃຫ້ ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ປາກທາ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ ຕາມສິດ ແລະ ພາລະບົດບາດຂອງຕົນຢ່າງເຕັມສ່ວນ ສຸມໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ເປັນຕົ້ນແມ່ນວຽກງານການຂຶ້ນທະບຽນອອກໃບຕາດິນ 3 ເດືອນທ້າຍປີ ແນະນຳໃຫ້ເອົາໃຈໃສ່ສ້າງແຜນການອອກໃບຕາດິນແຕ່ປີ 2021-2025, ເນັ້ນໜັກໃຫ້ເອົາໃຈໃສ່ການຄູ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດໂດຍການລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນທູກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈ ຕອນທ້າຍ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານ ພ້ອມກັບມອບອຸປະກອນຮັບໃຊ້ຫ້ອງການ ແລະ ເງິນຈຳນວນໜຶ່ງໃຫ້ຫ້ອງການ ຊສ ເມືອງ ປາກທາ ນຳໄປຮັບໃຊ້ເຂັົ້າໃນການເຄື່ອນໄຫວ ວຽກງານ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

Subcategories