ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 12 ສິງຫາ 2020 ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ ,ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຊຸກຍູ້ວຽກງານຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ໂດຍໄດ້ເຂົ້າພົບ ທ່ານ ເຄື່ອນເພັດ ວົງຈັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ຕົ້ນເຜິ້ງ ເພື່ອແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວວຽກງານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ. 

 ຈາກນັ້ນ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ພ້ອມທິມງານໄດ້ລົງພົບປະໂອ້ລົມ ແລະ ເຮັດວຽກນຳຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຕົ້ນເຜິ້ງ ໂດຍມີ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ເຂົ້າຮ່ວມ. 

    ທ່ານ ບຸນຍົກ ແພງສະຫວັດ ຫົວໜ້າຫ້ອງການ ຊສ ເມືອງ ຕົ້ນເຜິ້ງ ໄດ້ລາຍງານການການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ ພຊສ ແຂວງຮັບຮູ້. ຫລັງຈາກນັ້ນບັນດາຂະແໜງການທີ່ກ່ຽວ ຂ້ອງຂອງແຂວງກໍ່ໄດ້ແນະນຳບັນດາໜ້າວຽກຂອງຕົນໃຫ້ເມືອງສືບຕໍ່ເອົາໃຈໃສ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ສຳ ເລັດຕາມແຜນການ.

   ໃນກອງປະຊູມ ທ່ານຄໍາໝັ້ນ ຈັນທະລິດ ກໍ່ໄດ້ເນັ້ນໜັກໃຫ້ ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ ຕາມສິດ ແລະ ພາລະບົດບາດຂອງຕົນຢ່າງເຕັມສ່ວນ ສຸມໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ເປັນຕົ້ນແມ່ນວຽກງານການຂຶ້ນທະບຽນອອກໃບຕາດິນ 6 ເດືອນທ້າຍປີ ແນະນຳໃຫ້ເອົາໃຈໃສ່ສ້າງແຜນການອອກໃບຕາດິນແຕ່ປີ 2021-2025, ເນັ້ນໜັກໃຫ້ເອົາໃຈໃສ່ການຄູ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດໂດຍການລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນທູກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈ ຕອນທ້າຍ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານ ພ້ອມກັບມອບອຸປະກອນຮັບໃຊ້ຫ້ອງການ ແລະ ເງິນຈຳນວນໜຶ່ງໃຫ້ຫ້ອງການ ຊສ ເມືອງ ຕົ້ນເຜິ້ງ ນຳໄປຮັບໃຊ້ເຂັົ້າໃນການເຄື່ອນໄຫວ ວຽກງານ ຂອງຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຕົ້ນເຜິ້ງ.