ໃນຕອນເຊົ້າເວລາ 08:30 ຂອງວັນທີ 07 ກໍລະກົດ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ວຽກງານ ຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ  ທົ່ວປະເທດ ເປັນຕົ້ນວຽກງານການຂື້ນທະບຽນອອກໃບຕາດິນ 6 ເດືອນຕັ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ, ຄາດໝາຍສູ້ຊົນການຂື້ນທະບຽນອອກໃບຕາດິນຢູ່ແຕ່ລະແຂວງໃນ 5 ປີຕໍ່ໜ້າ (2021-2025) ແລະ ຄວາມຄືບໜ້າໃນການສ້າງແຜນຈັດສັນທີ່ດິນ ແລະ ແຜນຄຸ້ມຄອງດ້ານສິ່ງແວດລ້ອມ ແບບຮອບດ້ານຂອງແຂວງ ຜ່ານລະບົບ (Video Conference). ຮ່ວມກັບ ຄະນະນຳ ກະຊວງ, ຫ້ອງການ, ບັນດາກົມ, ກອງ, ສະຖາບັນ. ໂດຍການເປັນປະທານ ຂອງ ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.  

       ໃນກອງປະຊຸມ ພຊສ ແຂວງ ແລະນະຄອນຫຼວງ ໄດ້ລາຍງານຄວາມຄືບໜ້າ ໃນການອອກໃບຕາດິນ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນ ທ້າຍປີ ແລະ ແຜນສູ້ຊົນອອກໃບຕາດິນໃຫ້ສຳເລັດໃນ 5 ປີ ຕໍ່ໜ້າ (2021-2025).

       ໃນກອງປະຊຸມບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງກໍ່ໄດ້ອະທິບາຍ, ຊີ້ແຈງ ແລະ ແນະນຳວຽກຕ່າງໆ ໃຫ້ແກ່ ພຊສ ແຂວງ, ນະຄອນຫຼວງ ເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.

        ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຂອງທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ໂດຍໄດ້ເນັ້ນໜັກໃຫ້ແຕ່ລະແຂວງເອົາໃຈໃສ່ສືບຕໍ່ຂື້ນທະບຽນອອກໃບຕາດິນ 6 ເດືອນທ້າຍປີ ໃຫ້ສຳເລັດຕາມແຜນການ ພ້ອມທັງເນັ້ນໃຫ້ແຕ່ລະແຂວງ, ນະຄອນຫຼວງ ສືບຕໍ່ ສ້າງແຜນຈັດສັນທີ່ດິນ ຕິດພັນກັບການຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ຂອງແຂວງໃຫ້ສຳເລັດໂດຍໄວ.

 

 

   ໃນເວລາ 08:00 ໂມງຂອງວັນເສົາ ທີ 20 ມິຖຸນາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເຂົ້າຮ່ວມຂະບວນການອອກແຮງງານລວມ ປູກເບ້ຍດອກໄມ້ປະດັບ ຈຳນວນ 15.000 ຕົ້ນໃຫ້ກຽດຊີ້້ນຳ-ນຳພາຂະບວນອອກແຮງງານໃນຄັ້ງນີ້ ໂດຍທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ມີຄະນະນຳຂັ້ນແຂວງ, ກອງບັນຊາການ ປກຊ, ປກສ, ຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານ-ລັດຖະກອນ ເຂົ້້າຮ່ວມ 57 ພາກສ່ວນ. ສະຖານທີອອກແຮງງານໃນຄັ້ງນີ້ ຢູ່ທີສວນສາທາລະນະຮ່ວມໃຈ ເພື່ອສັງຄົມ (ເດີ່ນອານຸສອນສະຖານ ປະທານ ໄກສອນ ພົມວິຫານ).

 

 

      ໃນເວລາ 08:00 ໂມງ ຂອງວັນທີ 17 ມິຖຸນາ 2020 ທີຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ຈັດພິທີການ ສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈຳປີ 2020 ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແກ່ນຈັນ ທຳມະແສງ ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ, ມີຄະນະກໍາມະການຄວບຄຸມການສອບທີ່ມາຈາກ ຄະນະຈັດຕັ້ງແຂວງ,ຄະນະກວດກາພັກ-ລັດ ແຂວງພະແນກພາຍໃນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ 09 ທ່ານ ແລະ ມີນັກສອບເສັງເຂົ້າຮ່ວມການສອບເສັງຄັດເລືອກລັດຖະກອນໃໝ່ 37 ທ່ານ, ຍິງ 11 ທ່ານ. 

     ທ່ານ ອານຸສິດ ສີປະເສີດ ຫົວໜ້າ ຂະແໜງ ຈັດຕັ້ງ ແລະ ພະນັກງານ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ຂື້ນຜ່ານ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງໆບໍ່ແກ້ວ, ສະບັບເລກທີ 481/ຈຂ.ບກ ລົງວັນທີ 16 ມິຖຸນາ 2020 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບການສອບເສັງເອົາລັດຖະກອນໃໝ່ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ແລະ ຕາງໜ້າ ພະແນກ ພາຍໃນ ຂື້ນຜ່ານ ກົດລະບຽບການສອບເສັງຄັດເລືອກ ເອົາລັດຖະກອນໃໝ່ ປະຈຳປີ 2020.

 

 

 

 

 

 

 

   ໃນເວລາ 08:00 ໂມງ ຂອງວັນທີ 12 ມິຖຸນາ 2020 ທີ ສະໂມສອນແຂວງບໍ່ແກ້ວ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອໃຫ້ມີບັນຍາກາດຟົດຟື້ນ ແລະ ຕໍ່ເນື່ອງ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກໃນທົ່ວແຂວງບໍ່ແກ້ວ ແລະ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງບໍ່ແກ້ວ ຄັ້ງທີ VII. ເຂົ້າຮ່ວມອອກແຮງງານໃນຄັ້ງນີ້ ມີຄະນະນຳຂັ້ນແຂວງ,  ກອງບັນຊາການ ທະຫານແຂວງ, ກອງບັນຊາການ ປກສ ແຂວງ ,ຫົວໜ້າພະແນກການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ 55 ພາກສ່ວນ.

 

ໃນຕອນເຊົ້າຂອງວັນທີ 23/03/2020 ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງໄດ້ເປີດກອງປະຊຸມເຜີຍແຜ່ເອກະສານຕ່າງໆໂດຍເປັນປະທານ ຂອງທ່ານ ຄຳໝັ້ນ ຈັນທະລິດ ກຳມະການພັກແຂວງ,ເລຂາພັກຮາກຖານ,ຫົວໜ້າພະແນກ ຊສ ແຂວງເຊິ່ງມີເອກະສານດັ່ງນີ້:

1. ຜ່ານເອກະສານຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ພຊສຂ ແລະ ເຜີຍແຜ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ 22/03/1955 - 22/03/2020(ຜ່ານເອກະສານໂດຍ ທ່ານ ຄຳໝັ້ນ ຈັນທະລິດ).
   

2. ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງຜົນກອງປະຊຸມໃຫຍ່ຄັ້ງທີ່ I ຂອງຄະນະຮາກຖານ ແລະ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພຊສຂ ແລະ ເຜີຍແຜ່ເອກສານລະລຶກວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດ ເພື່ອປະເທດຊາດຄົບຮອບ74 ປີ 21/03/1946-21/03/2020.(ຜ່ານໂດຍ ທ່ານ ຄຳພູວົງ ອິນສີຊຽງໃໝ່ ຮອງຫົວໜ້າພະແນກ ຊສ ແຂວງບໍ່ແກ້ວ).


3. ຜ່ານ ຄຳສັ່ງເຈົ້າແຂວງ ວ່າດ້ວຍການປະຕິບັດມາດຕະການເພື່ອປ້ອງກັນ ຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດອັກເສບປອດສາຍພັນໃໝ່ COVID-19 ຢູ່ແຂວງບໍ່ແກ້ວ.(ຜ່ານໂດຍ ທ່ານ ແກ່ນຈັນ ທຳມະແສງ ຮອງຫົວໜ້າພະແນກ ຊສ ແຂວງບໍ່ແກ້ວ). ເຊິ່ງມີຫົວໜ້າຂະແໜງ,ແຮງຂະແໜງ,ພະນັກງານລັດຖະກອນເຂົ້າຮ່ວມ.

 

 

 

 

ຂຽນຂ່າວໂດຍ: ຄ່າຍ ວົງສະຫວັນ

Subcategories