ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ສຳເລັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າພະແນກ ຄັ້ງວັນທີ 11 ສິງຫາ 2023.
ຕອນເຊົ້າ ຂອງວັນທີ 11 ສິງຫາ 2023 ເວລາ 8:00 ນາທີ ຢູ່ທີຫ້ອງປະຊຸມ ພະແນກ ຊສ ແຂວງບໍ່ແກ້ວໄດ້ເປີດພິທີປະກາດການແຕ່ງຕັ້ງ ທ່ານ ວົງລັກ ພອນຈະເລີນ ເປັນຮອງຫົວໜ້າ ພະແນກ ຊສ ແຂວງ,ໂດຍການເປັນປະທານຂອງທ່ານ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເຂົ້າຮ່ວມມີຄະນະພະແນກ,ຮອງພະແນກ,ຫົວໜ້າຂະແໜງ,ຮອງຂະແໜງພ້ອມດ້ວຍອ້າຍເອື້ອຍນ້ອງພະນັກງານ ພຊສ ແຂວງທຸກທ່ານ ແລະ ແຂກຖືກເຊີນຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຊັ່ນ:ຈາກຄະນະຈັດຕັ້ງແຂວງ,ຄະນະກວດກາແຂວງ ແລະ ພະແນກພາຍໃນແຂວງ,ພິທີປະກາດຄັ້ງນີ້ແມ່ນດຳເນີນໄປເປັນເວລາ 1 ຕອນຈີງສຳເລັດ.
ພິທີ ມອບ-ຮັບ ບັດສະມາຊິກພັກ ຊຸດທີ່ II ແລະ ພິທີ ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2022 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ.
ຕອນເຊົ້າຂອງວັນທີ 02 ສິງຫາ 2023 ເວລາ 8:00 ນາທີ ຢູ່ທີ່ຫ້ອງປະຊຸມພະແນກ ຊສ ແຂວງບໍ່ແກ້ວໄດ້ມີພິທີ ມອບໃບຍ້ອງຍໍຜົນງານປະຈຳປີ,ພິທີ ມອບ-ຮັບ ບັດສະມາຊິກພັກ ແລະ ພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າ ຄະນະຈັດຕັ້ງແຂວງ.
ເຂົ້າຮ່ວມມີພະນັກງານ,ສະມາຊິກພັກສົມບູນ,ສຳຮອງມີທັງໝົດ 54 ສະຫາຍ,ຍີງ 15 ສະຫາຍໃນນັ້ນມີສະມາຊິກພັກ 45 ສະຫາຍ,ຍີງ 11 ສະຫາຍ,ສຳຮອງ 5 ສະຫາຍ,ຍີງ 01 ສະຫາຍ ແລະ ແຂກທີຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຊັ່ນ:ຄະນະຈັດຕັ້ງແຂວງ,ຄະນະກວດກາແຂວງ ແລະ ພະແນກພາຍໃນແຂວງ ຈຳນວນ 3 ສະຫາຍ,ຍີງ 01 ສະຫາຍ.
ກອງປະຊຸມຄັ້ງນີ້ຍັງໄດ້ຜ່ານເອກະສານສານທີ່ສຳຄັນເຊັ່ນ:ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງອອກບັດໃຫ້ສະມາຊິກພັກສົມບູນທີ່ຄົບມາດຖານ ສະບັບເລກທີ່ 1219/ຄປພຂ,ບໍ່ແກ້ວລົງວັນທີ່ 20/09/2023,ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2022,ສະບັບເລກທີ່ 233/ຄປພຂ.ບກ,ບໍ່ແກ້ວລົງວັນທີ 06/02/2023,ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2022 ສະບັບເລກທີ່ 197/ຄປພຂ.ບກ,ບໍ່ແກ້ວລົງວັນທີ 19/01/2023,ຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍກົມກອງ,ບຸກຄົນ ແລະ ບ້ານທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືແຂວງບໍ່ແກ້ວ ປະຈຳປີ 2022 ສະບັບເລກທີ່ 252/ຈຂ.ບກ,ບໍ່ແກ້ວລົງວັນທີ 02/03/2023,ຂໍ້ຕົກລົງວ່າດ້ວຍການຍ້ອງຍໍສັນລະເສີນຜູ້ທີມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານຂອງ ພະແນກ ຊສ ແຂວງ ປະຈຳປີ 2022 ສະບັບເລກທີ່ 0574/ພຊສຂ,ບໍ່ແກ້ວລົງວັນທີ 19/06/2023.
ລາຍລະອຽດມີດັ່ງນີ້:
- ໃບຍ້ອງຍໍຂອງທ່ານເຈົ້າແຂວງໆບໍ່ແກ້ວ ຈຳນວນ 39 ທ່ານ,ຍິງ 11 ທ່ານ.
- ໃບຍ້ອງຍໍຂອງພະແນກ ຊສ ແຂວງບໍ່ແກ້ວ ຈຳນວນ 21 ທ່ານ,ຍິງ 06 ທ່ານ.
- ຮັບບັດສະມາຊິກພັກ ຂອງຄະນະພັກຮາກຖານ ພຊສ ແຂວງ ທີຄົບມາດຖານ ຈຳນວນ 03 ທ່ານ,ຍິງ 01 ທ່ານ.
- ຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກ ຊສ ແຂວງບໍ່ແກ້ວ ມີ 02 ໜ່ວຍພັກຄື:ໜ່ວຍພັກບໍລິຫານ-ຈັດຕັ້ງ ແລະ ໜ່ວຍພັກທີ່ດິນ.
ທ້າຍນີ້ ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມເພື່ອເຮັດໃຫ້ສະມາຊິກພັກທຸກສະຫາຍຮັບຮູ້ເຂົ້າໃຈ,ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ຕ້ອງເຄົາລົບຕໍ່ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງພັກຕາມ 5 ຫຼັກການ 3 ທິດຊີ້ນໍາ,ຍົກສູງຄວາມຮັບຜິດຊອບທາງດ້ານວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ໃຫ້ສະມາຊິກພັກທຸກສະຫາຍມີແນວຄິດອຸ່ນອຽງທຸ່ນທຽງ,ມີທັດສະນະຫຼັກໝັ້ນ,ເອົາໃຈໃສ່ເພີ້ມທະວີວຽກງານການຊີ້ນໍາ-ນໍາພາວຽກງານຂອງພັກ,ວຽກງານວິຊາສະເພາະ,ວຽກງານອົງການຈັດຕັ້ງມະຫາຊົນ,ວຽກງານປ້ອງກັນຄວາມສະຫງົບໃຫ້ຫັດກຸມ,ເປັນເຈົ້າການປົກປ້ອງແນວທາງຂອງພັກ,ຮັກສາໄດ້ຄວາມສາມັກຄີໃຫ້ເປັນເອກະພາບກັນເປັນຈິດໜຶ່ງໃຈດຽວຢ່າງພ້ອມພຽງ,ກອງປະຊຸມໃນຄັ້ງນີ້ເຊີງໄດ້ດຳເນີນໄປເປັນເວລາ 1 ຕອນ ຈຶງສຳເລັດ.
ສໍາເລັດວຽກລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ 5 ຫ້ອງການ ຊສ ເມືອງຂອງແຂວງບໍ່ແກ້ວ
ຄະນະທີມງານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງພ້ອມດ້ວຍຫົວໜ້າຂະແໜງ,ຮອງຂະແໜງ ແລະ ພະນັກງານວິຊາການຈາກແຂວງລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ 5 ເມືອງທົ່ວແຂວງ ແລະ ພ້ອມທັງມອບອຸປະກອນເຄື່ອງຮັບໃຊ້ປະເພດຄອມພີວເຕີໂນ໊ດບຸກຈໍານວນ 1 ເຄື່ອງ,ອຸປະກອນຮັບໃຊ້ກອງປະຊຸມທາງໄກຈໍານວນ 1 ຊຸດໃຫ້ 3 ຫ້ອງການມີ:ຫ້ອງການ ຊສ ເມືອງຫ້ວຍຊາຍ,ຫ້ອງການ ຊສ ເມືອງຕົ້ນເຜິ້ງ ແລະ ຫ້ອງການ ຊສ ເມືອງປາກທາ.
ກອງປະຊຸມ ມອບ-ຮັບ ເຄື່ອງອຸປະກອນຮັບໃຊ້ໃຫ້ໜ່ວຍງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບຢູ່ເມືອງຫ້ວຍຊາຍ
ຕອນເຊົ້າຂອງວັນທີ່ 20 ມິຖຸນາ 2023 ເວລາ 8:30 ນາທີ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ ມອບ-ຮັບ ເຄື່ອງອຸປະກອນຮັບໃຊ້ວຽກງານວິຊາສະເພາະປະເພດ( ຄອມພີວເຕີໂນ໊ດບຸກຈໍານວນ 4 ເຄື່ອງ,ຄອມພີວເຕີຕັ້ງໂຕະຈໍານວນ 2 ຊຸດ,ລົດໃຫຍ່ຈໍານວນ 1 ຄັນ ແລະ ລົດຈັກຈຳນວນ 10 ຄັນ )ໃຫ້ໜ່ວຍງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບຢູ່ເມືອງຫ້ວຍຊາຍເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ.
ກອງປະຊຸມໄດ້ຈັດຂື້ນຢູ່ທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍໃຫ້ກຽດເປັນປະທານໂດຍ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າພະແນກ ຊສ ແຂວງ,ເຂົ້າຮ່ວມມີຫົວໜ້າພະແນກ,ຮອງຫົວໜ້າພະແນກຜູ້ຊີ້ນຳວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ,ຫົວໜ້າຂະແໜງທີ່ດິນ,ຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ ຊສ ເມືອງຫ້ວຍຊາຍ ພ້ອມດ້ວຍພະນັກງານ ແລະ ທີມງານທີ່ຮັບຜິດຊອບວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບຂັ້ນແຂວງ ແລະ ຂັ້ນເມືອງຫ້ວຍຊາຍ ເຂົ້າຮ່ວມເປັນສັກຂີພິຍານທັງໝົດ 37 ທ່ານ,ຍິງ 9 ທ່ານ,ຕາງໜ້າມອບໂດຍ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າພະແນກ ຊສ ແຂວງ ແລະ ຕາງໜ້າຮັບໂດຍທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງໆຫ້ວຍຊາຍ.
ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມີຖຸນາ 2023.
ວັນທີ1 ມີຖຸນາ 2023 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດຄົບຮອບ 24 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ວັນທີ 5 ມີຖຸນາ 2023 ພາຍໃຕ້ຄຳຂວັນທີ່ວ່າ “ ສິ່ງແວດລ້ອມພວກເຮົາຈະດີຖ້າຫຼຸດຜ່ອນການນໍາໃຊ້ປລາສຕິກ”(BEAT PLASTIC POLLUTION) ເຊິງຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2023 ສະຖານທີ່ ບ້ານນໍ້າຍອນໃໝ່,ເມືອງຫ້ວຍຊາຍ,ແຂວງບໍ່ແກ້ວ.
Page 1 of 18