ວັນທີ 21 ສິງຫາ 2020 ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີຮັບສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ແລະຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ຄໍາພູວົງ ອິນສີຊຽງໃໝ່ ຮອງເລຂາຄະນະພັກຮາກຖານ ພຊສ, ຮອງຫົວໜ້າພະແນກ ຊສ, ສະຫາຍ ແກ່ນຈັນ ທໍາມະແສງ ເລຂາໜ່ວຍພັກ ທີ່ດິນ, ສະຫາຍ ວົງລັກ ພອນຈະເລີນ ເລຂາໜ່ວຍພັກ ບໍລິຫານ ແລະຈັດຕັ້ງ, ມີບັນດາຜູ້ຕາງໜ້າຄະນະໜ່ວຍພັກ ແລະສະມາຊິກພັກພາຍໃນຄະນະພັກຮາກຖານເຂົ້າຮ່ວມຢ່າງພ້ອມພຽງ. 

     ໃນພິທີ ຕາງໜ້າຄະນະຈັດຕັ້ງພິທີ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ແຂວງ ບໍ່ແກ້ວ ວ່າດ້ວຍການອະນຸມັດເລື່ອນ ສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຄື: ສະຫາຍ ພອນອຸດົມ ວິໄລ ແລະຜ່່ານມະຕິວ່າດ້ວຍການອະນຸມັດຮັບມະຫາຊົນເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຄື: ສະຫາຍ ນາງ ບົວພັນ ເຈື້ອກັນຮ່ວງ.

      ໃນໂອກາດນີ້ ສະຫາຍ ຄໍາພູວົງ ອິນສີຊຽງໃໝ່ ໄດ້ໂອ້ລົມ ເພື່ອຊີ້ທິດເຍືອງທາງໃຫ້ສະມາຊິກພັກໃໝ່ທັງ 02 ສະຫາຍ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຕື່ນຕົວຝຶກຝົນຫຼໍ່ຫຼອມຕົນເອງໃນໄລຍະຜ່ານມາ ຈົນໄດ້ເຂົ້າເປັນສະມາຊິກພັກສົມບູນ ແລະສໍາຮອງ ພ້ອມນັ້ນສະຫາຍໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກກໍາແໜ້ນຄວາມໝາຍ, ຄວາມສໍາຄັນ, ພາລະບົດບາດ ແລະແນວຄິດທິດສະດີຂອງພັກ, ເອົາໃຈໃສ່ປະຕິບັດຕໍ່ກົດລະບຽບຂອງພັກຢ່າງເຂັ້ມງວດ, ກໍາແໜ້ນກົດລະບຽບຂອງພັກ ໂດຍສະເພາະແມ່ນ 5 ໜ້າທີ່, 6 ສິດ ແລະ 9 ຂໍ້ຫ້າມຂອງສະມາຊິກພັກ,ສືບຕໍ່ພັດທະນາຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານໃຫ້ກາຍເປັນສະມາຊິກພັກທີ່ມີຄຸນສົມບັດ ແລະເປັນແບບ ຢ່າງໃຫ້ແກ່ມະຫາຊົນ, ຕັ້ງໜ້າພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ; ທັງນີ້ ກໍເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານການກໍ່ສ້າງໜ່ວຍພັກຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄືການປະ ກອບສ່ວນພັດທະນາ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໃຫ້ມີຄວາມກ້າວໜ້າຕໍ່ໆໄປ.

 

   ໃນຕອນເຊົ້າ ຂອງວັນທີ 19 ສິງຫາ 2020 ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ລົງກວດກາຜົນສໍາເລັດຂອງໂຄງການກໍ່ສ້າງ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ເຊິ່ງມີຜູ້ເຂົ້າຮ່ວມຄື: ເຈົ້າຂອງໂຄງການ, ຜູ້ຮັບເໝົາກໍ່ສ້າງ, ຄະນະກໍາມະການຄຸ້ມຄອງໂຄງການຈາກແຂວງ ແລະເມືອງ.

 ໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ໄດ້ຮັບທຶນຈາກ ກະຊວງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ທັງໝົດໃນມູນຄ່າ: 773.000.000 ກີບ ໂຄງການດັ່ງກ່າວໄດ້ເຊັນສັນຍາຮັບເໝົາກໍ່ສ້າງໂດຍແມ່ນ ບໍລິສັດ ຮວຍຍິນກໍ່ສ້າງເຄຫາສະຖານ ຈໍາກັດ (ໂຄງການດັ່ງກ່າວ ໄດ້ເລີ່ມການກໍ່ສ້າງ ໃນວັນທີ 20 ມີນາ 2020 - 19 ສິງຫາ 2020 ແມ່ນສໍາເລັດຕາມແຜນການ 100%)

 

 

        ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 14 ສິງຫາ 2020  ຢູ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ສ້າງຂະບວນການອອກແຮງງານລວມ ອານາໄມເຂດສໍານັກງານອົງການຂອງຕົນ ແລະ ປະດັບປະດາ ເພື່ອກະກຽມຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ບໍ່ແກ້ວ ຄັ້ງທີ VI ໂດຍພາຍໃຕ້ການຊີ້ນໍາ-ນຳພາ ຂອງຫົວໜ້າ, ຮອງຫົວໜ້າ ພະແນກ ຊສ; ຫົວໜ້າ, ຮອງຫົວໜ້າຂະແໜງການ ແລະ ພະນັກງງານ-ລັດຖະກອນເຂົ້້າຮ່ວມຢ່າງພ້ອມພຽງ.

      ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 12 ສິງຫາ 2020 ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ ,ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຊຸກຍູ້ວຽກງານຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ໂດຍໄດ້ເຂົ້າພົບ ທ່ານ ເຄື່ອນເພັດ ວົງຈັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ຕົ້ນເຜິ້ງ ເພື່ອແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວວຽກງານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ. 

 ຈາກນັ້ນ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ພ້ອມທິມງານໄດ້ລົງພົບປະໂອ້ລົມ ແລະ ເຮັດວຽກນຳຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຕົ້ນເຜິ້ງ ໂດຍມີ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ເຂົ້າຮ່ວມ. 

    ທ່ານ ບຸນຍົກ ແພງສະຫວັດ ຫົວໜ້າຫ້ອງການ ຊສ ເມືອງ ຕົ້ນເຜິ້ງ ໄດ້ລາຍງານການການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ ພຊສ ແຂວງຮັບຮູ້. ຫລັງຈາກນັ້ນບັນດາຂະແໜງການທີ່ກ່ຽວ ຂ້ອງຂອງແຂວງກໍ່ໄດ້ແນະນຳບັນດາໜ້າວຽກຂອງຕົນໃຫ້ເມືອງສືບຕໍ່ເອົາໃຈໃສ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ສຳ ເລັດຕາມແຜນການ.

   ໃນກອງປະຊູມ ທ່ານຄໍາໝັ້ນ ຈັນທະລິດ ກໍ່ໄດ້ເນັ້ນໜັກໃຫ້ ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ ຕາມສິດ ແລະ ພາລະບົດບາດຂອງຕົນຢ່າງເຕັມສ່ວນ ສຸມໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ເປັນຕົ້ນແມ່ນວຽກງານການຂຶ້ນທະບຽນອອກໃບຕາດິນ 6 ເດືອນທ້າຍປີ ແນະນຳໃຫ້ເອົາໃຈໃສ່ສ້າງແຜນການອອກໃບຕາດິນແຕ່ປີ 2021-2025, ເນັ້ນໜັກໃຫ້ເອົາໃຈໃສ່ການຄູ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດໂດຍການລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນທູກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈ ຕອນທ້າຍ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານ ພ້ອມກັບມອບອຸປະກອນຮັບໃຊ້ຫ້ອງການ ແລະ ເງິນຈຳນວນໜຶ່ງໃຫ້ຫ້ອງການ ຊສ ເມືອງ ຕົ້ນເຜິ້ງ ນຳໄປຮັບໃຊ້ເຂັົ້າໃນການເຄື່ອນໄຫວ ວຽກງານ ຂອງຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຕົ້ນເຜິ້ງ.

    ໃນຕອນບ່າຍ ເວລາ 13 ໂມງ 30 ນາທີ ຂອງວັນທີ 14 ກໍລະກົດ 2020 ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຊຸກຍູ້ວຽກງານຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ ໂດຍໄດ້ເຂົ້າພົບ ທ່ານ ຫົງແກ້ວ ວິໄນວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ຫ້ວຍຊາຍ ເພື່ອແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວວຽກງານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ. 

    ຈາກນັ້ນ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ພ້ອມທິມງານໄດ້ລົງພົບປະໂອ້ລົມ ແລະ ເຮັດວຽກນຳຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ ໂດຍມີ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ຫ້ອງການ ຊັບພະຍາ ກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍເຂົ້າຮ່ວມ. 

    ທ່ານ ບົວວັນ ຄຳພູວົງ ຮອງຫົວໜ້າຫ້ອງການ ຊສ ເມືອງຫ້ວຍຊາຍ ໄດ້ລາຍງານການການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ ພຊສ ແຂວງຮັບຮູ້.ຫລັງຈາກນັ້ນບັນດາຂະແໜງການທີ່ກ່ຽວ ຂ້ອງຂອງແຂວງກໍ່ໄດ້ແນະນຳບັນດາໜ້າວຽກຂອງຕົນໃຫ້ເມືອງສືບຕໍ່ເອົາໃຈໃສ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ສຳ ເລັດຕາມແຜນການ.

 

    ໃນກອງປະຊູມ ທ່ານຄໍາໝັ້ນ ຈັນທະລິດ ກໍ່ໄດ້ເນັ້ນໜັກໃຫ້ ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ ຕາມສິດ ແລະ ພາລະບົດບາດຂອງຕົນຢ່າງເຕັມສ່ວນ ສຸມໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ເປັນຕົ້ນແມ່ນວຽກງານການຂຶ້ນທະບຽນອອກໃບຕາດິນ 6 ເດືອນທ້າຍປີ ແນະນຳໃຫ້ເອົາໃຈໃສ່ສ້າງແຜນການອອກໃບຕາດິນແຕ່ປີ 2021-2025, ເນັ້ນໜັກໃຫ້ເອົາໃຈໃສ່ການຄູ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດໂດຍການລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນທູກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈ ຕອນທ້າຍ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານ ພ້ອມກັບມອບອຸປະກອນຮັບໃຊ້ຫ້ອງການ ແລະ ເງິນຈຳນວນໜຶ່ງໃຫ້ຫ້ອງການ ຊສ ເມືອງ ຫ້ວຍຊາຍ ນຳໄປຮັບໃຊ້ເຂັົ້າໃນການເຄື່ອນໄຫວ ວຽກງານ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ.

 

 

Subcategories