ວັນທີ 21 ສິງຫາ 2020 ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີຮັບສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ແລະຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ຄໍາພູວົງ ອິນສີຊຽງໃໝ່ ຮອງເລຂາຄະນະພັກຮາກຖານ ພຊສ, ຮອງຫົວໜ້າພະແນກ ຊສ, ສະຫາຍ ແກ່ນຈັນ ທໍາມະແສງ ເລຂາໜ່ວຍພັກ ທີ່ດິນ, ສະຫາຍ ວົງລັກ ພອນຈະເລີນ ເລຂາໜ່ວຍພັກ ບໍລິຫານ ແລະຈັດຕັ້ງ, ມີບັນດາຜູ້ຕາງໜ້າຄະນະໜ່ວຍພັກ ແລະສະມາຊິກພັກພາຍໃນຄະນະພັກຮາກຖານເຂົ້າຮ່ວມຢ່າງພ້ອມພຽງ. 

     ໃນພິທີ ຕາງໜ້າຄະນະຈັດຕັ້ງພິທີ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ແຂວງ ບໍ່ແກ້ວ ວ່າດ້ວຍການອະນຸມັດເລື່ອນ ສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຄື: ສະຫາຍ ພອນອຸດົມ ວິໄລ ແລະຜ່່ານມະຕິວ່າດ້ວຍການອະນຸມັດຮັບມະຫາຊົນເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຄື: ສະຫາຍ ນາງ ບົວພັນ ເຈື້ອກັນຮ່ວງ.

      ໃນໂອກາດນີ້ ສະຫາຍ ຄໍາພູວົງ ອິນສີຊຽງໃໝ່ ໄດ້ໂອ້ລົມ ເພື່ອຊີ້ທິດເຍືອງທາງໃຫ້ສະມາຊິກພັກໃໝ່ທັງ 02 ສະຫາຍ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຕື່ນຕົວຝຶກຝົນຫຼໍ່ຫຼອມຕົນເອງໃນໄລຍະຜ່ານມາ ຈົນໄດ້ເຂົ້າເປັນສະມາຊິກພັກສົມບູນ ແລະສໍາຮອງ ພ້ອມນັ້ນສະຫາຍໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກກໍາແໜ້ນຄວາມໝາຍ, ຄວາມສໍາຄັນ, ພາລະບົດບາດ ແລະແນວຄິດທິດສະດີຂອງພັກ, ເອົາໃຈໃສ່ປະຕິບັດຕໍ່ກົດລະບຽບຂອງພັກຢ່າງເຂັ້ມງວດ, ກໍາແໜ້ນກົດລະບຽບຂອງພັກ ໂດຍສະເພາະແມ່ນ 5 ໜ້າທີ່, 6 ສິດ ແລະ 9 ຂໍ້ຫ້າມຂອງສະມາຊິກພັກ,ສືບຕໍ່ພັດທະນາຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານໃຫ້ກາຍເປັນສະມາຊິກພັກທີ່ມີຄຸນສົມບັດ ແລະເປັນແບບ ຢ່າງໃຫ້ແກ່ມະຫາຊົນ, ຕັ້ງໜ້າພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ; ທັງນີ້ ກໍເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານການກໍ່ສ້າງໜ່ວຍພັກຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄືການປະ ກອບສ່ວນພັດທະນາ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໃຫ້ມີຄວາມກ້າວໜ້າຕໍ່ໆໄປ.