ໃນເວລາ 8:00 ໂມງ ຂອງວັນທີ 09 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມເປີດກວ້າງເພື່ອຄວາມເປັນເອກະພາບ ແລະສໍາມະນາກ່ຽວກັບຮ່າງຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແບບຮອບດ້ານ ຂອງແຂວງ ບໍ່ແກ້ວ ຮ່ວມກັບ ອົງການປົກຄອງ ແລະສະພາປະຊາຊົນແຂວງ.  ໂດຍໃຫ້ກຽດເປັນປະທານ ກອງປະຊຸມ ປອ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ.

  ໃນກອງປະຊຸມ ທ່ານ ຄໍາພູວົງ ອິນສີຊຽງໃໝ່ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໄດ້ສະເໜີຈຸດປະສົງໃນການເປີດກອງປະຊຸມໃນຄັ້ງນີ້: ຜ່ານແຜນຈັດສັນທີ່ດິນ ແລະຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຂອງແຂວງ ບໍ່ແກ້ວ ເຊິ່ງປະກອບດ້ວຍ 4 ພາກຄື:

 ພາກທີ1: ສັງເກດຕີລາຄາສະພາບຈັດສັນທີ່ດິນແລະຄຸ້ມຄອງສີ່ງແວດລ້ອມແຂວງບໍ່ແກ້ວມີ2ຂໍ້້ໃຫຍ່ແລະ6ຂໍ້ນ້ອຍ.

 ພາກທີ2:ວິໄສທັດ ແລະຍຸດທະສາດຂອງການຈັດສັນທີ່ດິນ ແລະຄຸ້ມຄອງສີ່ງແວດລ້ອມແບບຮອບດ້ານ ມີ 6ຂໍ້ໃຫຍ່ແລະ 6ຂໍ້ນ້ອຍ.

 ພາກທີ3:ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານແຂວງ ບໍ່ແກ້ວມີ 3ຂໍ້ໃຫຍ່ 18ຂໍ້ນ້ອຍ.

 ພາກທີ4:ມາດ​ຕະ​ການ​ ແລະ ການຈັດ​ຕັ້ງ​ປະ​ຕິ​ບັດລວມມີ2ຂໍ້ໃຫຍ່ 3ຂໍ້ນ້ອຍ.

     ແຜນຈັດສັນທີ່ດິນ ແມ່ນ​ການ​ກໍານົດ​ເຂດ, ກໍານົດ​ປະ​ເພດ​ທີ່​ດິນ​ຢ່າງ​ເປັນ​ລະບົບເພື່ອ​ຮັບປະກັນ​ໃນການ​ຄຸ້ມ​ຄອງປົກ​ປັກ​ຮັກສາ, ພັດທະນາ ​ແລະ ນຳ​ໃຊ້​ທີ່​ດິນ ​ໃຫ້ເກີດ​ຜົນ​ປະ​ໂຫຍ​ດສູງສຸດ ປະກອບສ່ວນໃນການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ​. ແຜນຈັດສັນທີ່ດິນແບ່ງອອກເປັນ ສອງລະດັບ ຄື: ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນແມ່ບົດຈັດສັນທີ່ດິນຂັ້ນທ້ອງຖິ່ນ (ຂັ້ນແຂວງ), ສ່ວນຂັ້ນເມືອງ ແລະ ຂັ້ນບ້ານ ເອີ້ນວ່າ “ແຜນ​ການນໍາໃຊ້​ທີ່​ດິນ’’.ແຜນ​ຈັດ​ສັນ​ທີ່​ດິນ ແລະ ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມແບບ​ຮອບ​ດ້ານສະ​ບັບ​ນີ້ ຈະເປັນເຄື່ອງ​ມື​ທາງ​ດ້ານ​ນິ​ຕິ​ກຳ​ທີ່​ສຳ​ຄັນ ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຕັດ​ສິນ​ໃຈໃນ​​ການ​ພັດ​ທະ​ນາໃຫ້ໄວຂຶ້ນ ໂດຍສະເພາະການພິ​ຈາ​ລະ​ນາ​ປັດ​ໃຈ​ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອກຳນົດແຜນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະສອດຄ່ອງກັບແຜນແມ່ບົດການຈັດສັນທີ່ດິນແຫ່ງ ຊາດ; ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ ຕາມລະບຽບກົດໝາຍ, ນໍາໃຊ້ຊັບພະຍາກອນທີ່ມີ  ເພື່ອສ້າງ​ຜົນ​ປະ​ໂຫຍດສູງສຸດ​ໃຫ້ແກ່​ທ້ອງຖິ່ນ​.    ແຜນ​ດັ່ງ​ກ່າວນີ້, ​​ເປັນ​ແຜນ​ມະ​ຫາ​ພາກຂັ້ນທ້ອງຖິ່ນ ຊຶ່ງໄດ້ກຳ​ນົດ​ວິ​ໄສ​ທັດ​ ແລະ ຍຸດທະສາດ ໃນການ​ພັດ​ທະ​ນາ​ພື້ນ​ທີ່​ ເປັນແຕ່ລະໄລ​ຍະ​ບົນ​ພື້ນ​ຖານ​ທ່າ​ແຮງ​ທີ່​ບົ່ມ​ຊ້ອນ​ຂອງບັນດາເມືອງ  ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື ແລະ ສັງ​ລວມ​ເອົາ​ບັນ​ດາ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງກໍານົດເປັນເຂດ​ພັດ​ທະ​ນາ​​​ ແລະ ສ້າງ​ເປັນ​ແຜນ​ທີ່ນໍາໃຊ້ທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມຢ່າງ​ຈະ​ແຈ້ງ ເປັນຕົ້ນແມ່ນເຂດທີ່ຢູ່ອາໄສ, ເຂດກະສິກຳ, ເຂດອຸດສາຫະກຳ ແລະ ເຂດອຶ່ນໆ... ໂດຍ​​ໄດ້ກຳ​ນົດຫຼັກການ ແລະ ມາດ​ຕະ​ການ​​​ ໃນການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ພ້ອມທັງມີມາດຕະການໃນການ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່ສິ່ງ​ແວດ​ລ້ອມແລະສັງ​ຄົມຂອງ​ແຕ່​ລະ​ຂົງເຂດວຽກງານ.