ໃນຕອນເຊົ້າຂອງວັນສຸກ ທີ່ 09 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ມີພິທີປິດກອງປະຊຸມຝຶກອົບຮົມກຽ່ວກັບການຄຸ້ມຄອງ ແລະ ຈັດການຖານຂໍ້ມູນຂື້ນທະບຽນທີ່ດິນພ້ອມທັງປັບປຸງລະບົບຖານຂໍ້ມູນທະບຽນທີ່ດິນ( Lao Landreg )ເປັນເວີເຊີນ6.34 ໃຫ້ແກ່ພະນັກງານຄຸ້ມຄອງຖານຂໍ້ມູນທີ່ດິນຂັ້ນແຂວງ ແລະ ຂັ້ນເມືອງ ເຊິ່ງກອງປະຊຸມດັ່ງກ່າວໄດ້ດໍາເນີນມາເປັນເວລາ 4ວັນ ແຕ່ວັນທີ່ 06-09 ກໍລະກົດ 2021

  ໃນຕອນເຊົ້າຂອງວັນທີ່ 08 ກໍລະກົດ 2021 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍຄະນະທີມງານຈາກກົມຈັດຕັ້ງ-ພະນັກງານ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເປີດກອງປະຊຸມທົບທວນຄືນພາລະບົດບາດໃໝ່ ປັບປຸງກົງຈັກການຈັດຕັ້ງ ແລະ ຊັບຊ້ອນພະນັກງານ-ລັດຖະກອນເຂົ້າບັນດາຂະແໜງການ.

Subcategories