ໃນຕອນເຊົ້າຂອງວັນທີ່ 08 ກໍລະກົດ 2021 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍຄະນະທີມງານຈາກກົມຈັດຕັ້ງ-ພະນັກງານ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເປີດກອງປະຊຸມທົບທວນຄືນພາລະບົດບາດໃໝ່ ປັບປຸງກົງຈັກການຈັດຕັ້ງ ແລະ ຊັບຊ້ອນພະນັກງານ-ລັດຖະກອນເຂົ້າບັນດາຂະແໜງການ.