ໃນຕອນເຊົ້າຂອງວັນທີ່ 06 ກໍລະກົດ 2021ເວລາ 8:00 ໂມງ ຢູ່ຫ້ອງປະຊຸມຂອງພະແນກ ຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມຝຶກອົບຮົມກຽ່ວກັບການຄຸ້ມຄອງ ແລະ ຈັດການຖານຂໍ້ມູນຂື້ນທະບຽນທີ່ດິນພ້ອມທັງປັບປຸງລະບົບຖານຂໍ້ມູນທະບຽນທີ່ດິນ( Lao Landreg ) ເປັນເວີເຊີນ 6.34 ໃຫ້ແກ່ພະນັກງານຄຸ້ມຄອງຖານຂໍ້ມູນທີ່ດິນຂັ້ນແຂວງ ແລະ ຂັ້ນເມືອງ ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ດໍາເນີນເປັນເວລາ 04 ວັນ ເຕັມຄື:ວັນທີ່ 06-09 ກໍລະກົດ 2021.