ກອງປະຊຸມໃຫຍ່ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍ ຂອງວັນທີ13 ກຸມພາ 2020 ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 07 ສະຫາຍ. ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 38 ສະຫາຍ, ແຂກຖືກເຊີນ 34 ສະຫາຍ, ບັນດາສະຫາຍເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ ແລະ ຜູ້ແທນກອງປະຊຸມໃຫຍ່ໄດ້ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າເຂົ້າໃນການ ປະກອບຄຳຄິດຄຳເຫັນ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຕາມຈຸດປະສົງທີ່ ວາງໄວ້.
ໃນກອງປະຊຸມໃຫຍ່ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ຄັ້ງທີ I ໄດ້ປະຊາມະຕິເປັນເອກະສັນກັນ ຮັບຮອງເອົາບັນດາ ເນື້ອໃນທີ່ສຳຄັນ ດັ່ງລຸ່ມນີ້:
- ເພີ່ມທະວີຄວາມສາມັກເປັນເອກະພາບໃນທົ່ວຄະນະພັກ ຮັບປະກັນໃຫ້ພາຍໃນມີຄວາມສະຫງົບທາງດ້ານແນວຄິດເຊື່ອໝັ້ນຕໍ່ອຸດົມການ, ຕໍ່ແນວທາງແຜນນະໂຍບາຍ ແລະ ບົດບາດການນຳພາຂອງພັກ, ຮັບປະກັນຄວາມເປັນເອກະພາບສູງ ແລະ ຄວາມໜັກແໜ້ນທາງດ້ານການເມືອງ-ແນວນຄິດໃນຖັນແຖວພະນັກງານ, ສະມາຊິກພັກ, ເຮັດບົດບາດເປັນຄັນທຸງເຕົ້ມໂຮມຄວາມສາມັກຄີ, ເຮັດສຳເລັດໜ້າທີ່ການເມືອງຢ່າງມີຄຸນນະພາບ ແລະ ມີປະສິດທິຜົນສູງ.
- ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງທາງດ້ານຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ແບບແຜນນຳພາໃຫ້ມີປະສິດທິພາບສູງ.
- ສືບຕໍ່ຊີ້ນຳ-ນຳພາ ການຂຶ້ນທະບຽນ, ອອກໃບຕາດິນໃນທົ່ວແຂວງໃຫ້ໄດ້ 16.500 ຕອນ, ຂຶ້ນສຳມະໂນທີ່ດິນໃຫ້ໄດ້ 19.000 ຕອນ, ສືບຕໍ່ຈັດສັນການນຳໃຊ້ທີ່ດິນ 08 ປະເພດ ຂັ້ນບ້ານ-ກຸ່ມບ້ານ ແບບມີສ່ວນຮ່ວມ ຢູ່ໃນເມືອງປາກທາ ທີ່ຍັງເຫຼືອຈຳນວນ 13 ບ້ານ ແລະ ເມືອງຕົ້ນເຜິ້ງ ຈຳນວນ 34 ບ້ານ, ສ້າງແຜນຄຸ້ມຄອງທີ່ດິນແບບຮອບ ດ້ານໃນທົ່ວແຂວງໃຫ້ສຳເລັດຕາມແຜນການ.
- ສືບຕໍ່ລົງເກັບກໍາຂໍ້ມູນແມ່ນໍ້າສາຂາ, ແມ່ນ້ຳຍ່ອຍຢູ່ບັນດາເມືອງພາຍໃນແຂວງສ້າງເປັນຂໍ້ມູນໃນການຄຸ້ມຄອງຊັບພະຍາກອນນ້ຳ ເພື່ອສະດວກໃນການຕິດຕາມກວດກາຢ່າງເປັນລະບົບ.
- ສືບຕໍ່ລົງສໍາຫຼວດ, ກວດກາເກັບຕົວຢ່າງຄຸນນະພາບນໍ້າເປັນຕົ້ນແມ່ນແມ່ນໍ້າຫຼັກ, ແມ່ນໍ້າສາຂາຢູ່ 5 ເມືອງເຂດເປົ້າ ໝາຍ.
- ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍເປັນຕົ້ນ: ການສ້າງແຜນຄຸ້ມຄອງບັນຫາສິ່ງແວດລ້ອມໃຫ້ລະອຽດ ແລະ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນ.
- ສືບຕໍ່ລົງຕິດຕາມ, ກວດກາ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ-ສັງຄົມຈາກໂຄງ ການລົງທຶນ ແລະ ກິດຈະການທີ່ມີຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ.ຫລັງຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະພັກຮາກຖານ/ຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 7 ສະຫາຍ, ແລະ ເລືອກໄດ້ 5 ສະຫາຍ ຄື:
- ສະຫາຍ ຄໍາໝັ້ນ ຈັນທະລິດ
- ສະຫາຍ ຄໍາພູວົງ ອິນສີຊຽງໃໝ່
- ສະຫາຍ ແກ່ນຈັນ ທໍາມະແສງ
- ສະຫາຍ ວົງລັກ ພອນຈະເລີນ
- ສະຫາຍ ໄຊສົມພອນ ຈັນທະສົມບູນກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆບໍ່ແກ້ວ ເຊິ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນໍາ-ນໍາພາພະນັກງານ-ລັດຖະກອນ, ສະມາຊິກພັກ, ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມ ເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງຫຼາຍດ້ານດັ່ງນີ້:
- ການສຶກສາອົບຮົມການເມືອງ-ແນວຄິດ ຍັງບໍ່ທັນດໍາເນີນຢ່າງຕໍ່ເນື່ືອງ, ບໍ່ທັນມີຫຼາຍຮູບຫຼາຍສີ ເຮັດໃຫ້ຄວາມຮັບຮູ້, ຄວາມເຂົ້າໃຈ ຂອງສະມາຊິກພັກຈໍານວນໜຶ່ງ ຍັງບໍ່ທັນເລີກເຊິ່ງເຖິງຖອງ, ຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ຫົວຄິປະດິດສ້າງຕໍ່ໜ້າທີ່ວຽກງານ ຍັງບໍ່ທັນສູງ.
- ການປັບປຸງກໍ່ສ້າງພັກ ຍັງບໍ່ທັນຮັບປະກັນດ້ານຄຸນນະພາບ, ການປະຕິບັດຫຼັກການລວມສູນປະຊາທິປະໄຕພາຍໃນພັກ ຍັງບໍ່ທນໄດ້ດີ, ການປະຕິບັດລະບອບຕໍານິຕິຊົມຕົນເອງ, ຕໍານິຕິຊົມເຊິ່ງກັນ ແລະ ກັນ ຍັງບໍ່ທັນແຂງແຮງ, ພະນັກງານສະມາຊິກພັກຈໍານວນໜຶ່ງ ຍັງຂາດຄວາມເປັນແບບຢ່າງນໍາໜ້າ, ການກວດກາ, ການຄຸ້ມຄອງປ້ອງກັນພັກ ຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ປັບປຸງຄືນ.
- ການບໍາລຸງສ້າງພະນັກງານ ເຖິ່ງວ່າໄດ້ຖືເປັນບັນຫາສໍາຄັນ ແຕ່ເຫັນວ່າຄຸນນະພາບການກໍ່ສ້າງພະນັກງານ ຍັງບໍ່ທັນສູງເມືອທຽບໃສ່ຄວາມຮຽກຮ້ອງຕ້ອງການ, ເນື້ອໃນການກໍ່ສ້າງ ແລະ ບໍາລຸງພະນັກງານມີບາງອັນບໍ່ທັນສອດຄອງ ແລະຕິດພັນກັບໂຕຈິ່ງຂອງໜ້າທີ່ວຽກງານ.
ພ້ອມນັ້ນ ສະຫາຍຍັງຮຽກຮ້ອງໃຫ້ຄະນະພັກຮາກຖານພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ:
- ຖືເອົາວຽກງານການເມືອງແນວຄິດເປັນປັນຫາກົກ ໃນການສຶກສາອົບຮົມໃຫ້ພະນັກງານສະມາຊິກພັກຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລີກເຊິງ ໂດຍການຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສໍາເລັດ.
- ຕ້ອງຕັ້ງໜ້າເສີມຂະຫຍາຍ ແບບແຜນນໍາພາ ແລະ ການເຄືອນໄຫວໂດຍອີງໃສຈຸດພິເສດເງືອນໄຂສະເພາະຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ການຊີ້ນໍາ-ນໍາພາ ຂອງຄະນະພັກຕ້ອງຕິດພັນຢ່າງສະນິດແໜ້ນກັບບັນດາໜ່ວຍພັກ, ສະມາຊິກພັກເປັນປົກກະຕິ.
- ເອົາໃຈໃສປັບປຸງຂະຫຍາຍພັກ, ກໍ່ສ້າງພັກໃຫ້ຖຶກຕ້ອງຕາມກົດລະບຽບຂອງພັກ ໂດຍຖຶເອົາຄຸນນະພາບເປັນກົກ, ກໍ່ສ້າງ ແລະ ປັບປຸງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢ່າງຮອບດ້ານ. ຕ້ອງສ້າງພັກໃຫ້ຖຶກຕ້ອງຕາມ 5 ຫຼັກການ 3 ທິດນໍາ ຕາມກົດລະບຽບພັກ. ເອົາໃຈໃສສ້າງໜ່ວຍພັກ ໃຫ້ກ່າຍເປັນໜ່ວຍພັກ, ຄະນະພັກຮາກຖານປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສະມາຊິກພັກຕ້ອງເປັນແບບຢ່າງນໍາໜ້າໃນທຸກວຽກງານຢ່າງແທ້ຈິງ ຕ້ອງເອົາໃຈໃສໃນການຕິດຕາມໃກ້ສິດຕິດແທດ ມີຄວາມເປັນຫວງເປັນໄຍ ແລະ ກໍາ ແໜ້ນຄວາມມຸ້ງມາດປາດຖະ ໜາ ແລະ ເຄືອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນຂອງຕົນເປັນປົກກະຕິ. ຊຸກຍູ້ບັນດາອົງການຈັດຕັ້ງມະຫາຊົນໃຫ້ມີການເຄືອນໄຫວຢ່າງຕັ້ງໜ້າ ເອົາໃຈໃສປັບປຸງປັບປຸງແບບແຜນວິທີເຮັດວຽກງານຂອງຕົນ.ເອົາໃຈໃສຂອດການສ້າງແຜນການການເຄືອນໄຫວຕາມແຜນ ການເຮັດວຽກ ຕ້ອງມີຈຸດສຸມຈຸດໃຈກາງ ແລະ ຄາດໝາຍສູ້ຊົນລະອຽດຈະແຈ້ງ ມີການປະສານງານ, ປະສານສົມທົບກັບພາກສ່ວນທີ່ກຽ່ວຂ້ອງສາຍຕັ້ງ, ສາຍຂວາງໃຫ້ສອດຄອງ ແລະ ກົມກຽ່ວກັນເປັນຢ່າງດີ.
- ດ້ານວຽກງານວິຊາສະເພາະ ພວກສະຫາຍຕ້ອງໄດ້ເພີ້ມທະວີການຄົ້ນຄ້ວາ, ວິໃຈ ແລະ ໄຈ້ແຍກໃຫ້ລະອຽດຖີ່ຖ້ວນ, ຈະແຈ້ງ ເປັນຕົ້ນ ວຽກງານທີ່ດິນ ຫ່າງສຽງຂອງສັງຄົມຈົມວ່າ ພວກເຮົາຕ້ອງໄດ້ເກັບກໍາຂໍ້ມູນໃຫ້ເຊັດເຈນຄົບຖ້ວນ ຈິ່ງຈະອອກໃບຕາດິນໃຫ້ເຂົົາເຈົ້າໄດ້ ຫຼີ້ກເວັນການອອກໃບຕາດິນຊໍາຊ້ອນກັນຫຼືໃບດຽວມີສອງສິດນໍາໃຊ້, ອິກບັນຫາໜຶ່ງ ວຽກງານສິ່ງແວດລ້ອມ ກໍ່ເປັນວຽກໜຶ່ງທີ່ເປັນສິ່ງທ້າທາຍ ແລະ ສົ່ງຜົນສະທ້ອນໂດຍກົງຕໍ່ກັບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ເປັນຕັົ້ນ ການນໍາໃຊ້ສານເຄມີນັບມື້ນັບຫຼາຍ ພວກຕ້ອງໄດ້ເອົາໃຈໃສຄຸ້ມຄອງໃຫ້ມີຄວາມຮັດກຸມ ແລະ ເຂັ້ມງວດ, ເອົາໃຈໃສເຝົ້າລະວັງຕິດຕາມສະພາບດິນຟ້າອາກາດ ແລະ ການແຈ້ງເຕືອນໄພທໍາມະຊາດທີອາດຈະເກີດຂື້ນໃຫ້ທັນກັບສະພາບ, ພ້ອມທັງເປັນເຈົ້າການສົມທົບກັບພາກສ່ວນທີກຽ່ວຂ້ອງ ແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບວຽກງານວິຊາສະເພາະຂອງຕົນ.
- ຄະນະພັກ-ຄະນະນໍາ ຕ້ອງເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ມີຄວາມເປັນເອກະພາບ ມີຄວາມເປັນປຶກແຜນ ຮັກສາໄດ້ມູນເຊື້ອຄວາມສາມັກຄີ ສາມາດໃຫ້ກ່າຍເປັນກໍາລັງແຮງໃນການເຂົ້າຮ່ວມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ Iໃຫ້ມີຜົນສໍາເລັດຕາມແຜນການ.
ໃນຕອນທ້າຍກອງປະຊຸມປະທານກອງປະຊຸມໄດ້ໃຫ້ທິດຊີ້ນໍາບັນດາສະມາຊິກພັກ ຈົ່ງໄດ້ເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນເຮັດໃຫ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.