ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ກອງປະຊຸມດໍາເນີນຊີວິດການເມືອງ ໜ່ວຍພັກ ສິ່ງແວດລ້ອມ ປະຈໍາປີ 2020

    ໃນວັນທີ 26 ພະຈິກ 2020 ເວລາ 8:00 ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມ ດໍາເນີນຊິວິດການເມືອງ ປະຈໍາປີ 2020 ຂອງໜ່ວຍພັກ ສິ່່ງແວດລ້ອມ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາ ຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ; ສະຫາຍ ຄໍາພູວົງ ອິນສີຊຽງໃໝ່ ເລຂາ ໜ່ວຍພັກ ສິ່ງແວດລ້ອມ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ.

  ໃນພິທີ ຄະນະຈັດຕັ້ງພິທີໄດ້ຂື້ນກ່າວຈຸດປະສົງໃນການເປີດກອງປະຊຸມດໍາເນີນຊີວິດການເມືອງ ຂອງໜ່ວຍພັກ.

  ຈາກນັ້ນ ສະຫາຍ ຄໍາພູວົງ ອິນສີຊຽງໃໝ່ ເລຂາ ໜ່ວຍພັກສິ່ງແວດລ້ອມ ໄດ້ຂື້ນກ່າວເປີດກອງປະຊຸມດໍາເນີນຊີວິດການເມືອງຕີລາຄາຈັດແບ່ງປະເພດໜ່ວຍພັກ ແລະສະມາຊິກພັກ ປະຈໍາປີ 2020 ແລະ ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງໜ່ວຍພັກສິ່ງແວດລ້ອມ ໄດ້ໄຂຂຶ້ນດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນຕໍ່ຜົນສໍາເລັດອັນສໍາຄັນທີ່ພົ້ນເດັ່ນໃນຫຼາຍດ້ານນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I ມາຮອດປັດຈຸບັນເປັນຕົ້ນແມ່ນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາແຂວງບໍ່ແກ້ວ ເວົ້າລວມ ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງກໍ່ຄືຂອງໜ່ວຍພັກສິ່ງແວດລ້ອມ ພວກເຮົາທີ່ໄດ້ປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມ ເພື່ອກໍ່ສ້າງຊັບພະຍາກອນມະນຸດທາງດ້ານການເມືອງ-ແນວຄິດໃຫ້ໜັກແໜ້ນເຂັ້ມແຂງ ແລະຂະຫຍາຍຕົວຕາມທິດທີ່ພັກໄດ້ກໍານົດ,ຖັນແຖວສະມາຊິກພັກ-ພະນັກງານໄດ້ຮັບການບໍາລຸງກໍ່ສ້າງໃນຂະບວນການວຽກງານ ແລະພຶດຕິກໍາຕົວຈິງ;ໃນຂະບວນການອັນມີຄວາມໝາຍສໍາຄັນນີ້,ຄະນະພັກ,ສະມາຊິກພັກ,ພະນັກງານ-ລັດຖະກອນຂໍສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງຜູ້ນໍາພັກ-ລັດ ໂດຍສະເພາະແມ່ນ ອາດີດທ່ານປະທານໄກສອນພົມວິຫານ ແລະ ຜູ້ນໍາອາວຸດໂສຜູ້ອື່ນໆທີ່ໄດ້ນໍາພາຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນານໍາເອົາຄວາມຈະເລີນຮຸ່ງເຮືອງຄວາມຜາສຸກ,ຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດມາໃຫ້ປະຊາຊົນບັນດາເຜົ່າຂອງພວກເຮົາ.

    ກອງປະຊຸມດໍາເນີນຊີວິດການເມືອງ ປະຈໍາປີຄັ້ງນີ້ສຸດທີ່ມີຄວາມໝາຍຢ່າງຍິ່ງຊື່ງພວກເຮົາຈະໄດ້ພ້ອມກັນຕີລາຄາຄືນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກໃນໄລຍະຜ່ານມາພ້ອມນີ້ພວກເຮົາກໍຈະໄດ້ຄົ້ນຄວ້າແລະຮັບຮອງເອົາບັນດາເນື້ອໃນ ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາ ປະຈໍາປີ 2020 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກສິ່ງແວດລ້ອມມີດັ່ງນີ້:

ໜື່ງ: ຈະໄດ້ສັງເກດຕີລາຄາຄືນຢ່າງຮອບດ້ານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດຕະຫຼອດໄລຍະໜຶ່ງປີຜ່ານມາຊື່ງມີດ້ານດີ-ຜົນສໍາເລັດ,ດ້ານອ່ອນ-ຂໍ້ຄົງຄ້າງທີ່ຈະພ້ອມກັນແກ້ໄຂໃນຕໍ່ໜ້າ.

ສອງ: ກອງປະຊຸມຈະໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາ ປະຈໍາປີ2020ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021; ພ້ອມກັນນັ້ນກໍຈະໄດ້ຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ໃຫ້ປະກົດຜົນເປັນຈິງ.

ສາມ: ກອງປະຊຸມຈະໄດ້ຕີລາຄາຈັດແບ່ງປະເພດໜ່ວຍພັກ ແລະ ສະມາຊິກພັກ ແຕ່ລະສຫາຍພາຍໃນໜ່ວຍ ປະຈໍາປີ 2020 ໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍ.

ສີ່: ກອງປະຊຸມກໍຈະໄດ້ວາງທິດທາງແຜນການສູ້ຊົນໃນຕໍ່ໜ້າເພື່ອແນໃສ່ການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກກໍຄືໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດກໍ່ຄືແຂວງບໍ່ແກ້ວໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ.

ຫ້າ: ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງຄະນະພັກຂັ້ນເທິງ ເຊີ່ງເປັນການຊີ້ທິດເຍືອງທາງໃນແນວທາງປະຕິບັດການເຄື່ອນໄຫວວຽກງານຮອບດ້ານໃນຊຸມປີຕໍ່ໜ້າ.ເພື່ອເຮັດໜ້າທີ່ສໍາຄັນໃນຄັ້ງນີ້ ແລະ ປະຕິບັດຕາມກົດລະບຽບຂອງພັກສະໄໝທີ XໃນໝວດທີVIມາດຕາ 32; ເພື່ອເຮັດໃຫ້ກອງປະຊຸມດໍາເນີນຊີວິດການເມືອງປະຈໍາປີ2020 ຂອງໜ່ວຍພັກສິ່ງແວດລ້ອມ ຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ແລະລະດັບຄາດໝາຍທີ່ໄດ້ວາງໄວ້. 

   ສະຫາຍ ແກ້ວອຸດົມ ພະຍາໄຊ ຮອງເລຂາໜ່ວຍພັກ ສິ່ງແວດລ້ອມ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາ ປະຈໍາປີ 2020 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ປະຈໍາປີ 2021 ດັ່ງນີ້:

 1. ສະພາບລວມ: ໜ່ວຍພັກສິ່ງແວດລ້ອມ​​ ໄດ້ຮັບສ້າງຕັ້ງຂຶ້ນ ໃນວັນທີ 11 ກຸມພາ 2020 ຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງບໍ່ແກ້ວ ສະບັບເລກທີ 178/ຄປພຂ.ບກ; ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີ​ການຈັດຕັ້ງເຄື່ອນໄຫວຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແບບແຜນວິທີການເຮັດວຽກຂອງຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂະຫຍາຍຕົວ.

 ໜ່ວຍພັກສິ່ງແວດລ້ອມປະກອບມີຄະນະໜ່ວຍພັກ 3 ສະຫາຍ; ມີສະມາຊິກພັກທັງໝົດ 11ສະຫາຍ, ຍິງ 0 ສະຫາຍ. ໃນນັ້ນມີສະມາຊິກພັກສົມບູນ11ສະຫາຍ, ຍິງ0ສະຫາຍ; ປະກອບມີ 4 ຊົນເຜົ່າ ເຊັ່ນ: ເຜົ່າລະເມດ 1 ສະຫາຍ; ເຜົ່າພວນ 1 ສະຫາຍ, ເຜົ່າລື້ 3 ສະຫາຍ, ເຜົ່າລາວ 6 ສະຫາຍ, ຍິງ 0 ສະຫາຍ.

2. ຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ຕາມ 05 ເນື້ອໃນ.

3. ສັງລວມການຕີລາຄາປະເມີນຜົນ ສະມາຊິກພັກ ແລະ ໜ່ວຍພັກ ສິ່ງແວດລ້ອມ.

4. ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021.

  ໃນຕອນທ້າຍ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ ເລຂາ ຄະນະພັກຮາກຖານ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ດັ່ງນີ້:

1. ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ ຕ້ອງຍົກສູງວຽກງານການສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານກົກ ແລະ ສອດຫ້ອຍໄປກັບວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມບຸກບື່ນຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະ, ສັດຊື່ບໍລິສຸດ, ມີຄວາມເສຍສະລະ ແລະ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນໃນທຸກດ້ານ.

2. ປັບປຸງແບບແຜນວິທີເຮັດວຽກໃຫ້ດີກວ່າເກົ່າ,ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ປະຕິບັດຕາມມະຕິຢ່າງເຂັ້ມງວດ, ເພື່ອພ້ອມກັນຮັບມືກັບໜ້າທີ່ວຽກງານອັນສໍາຄັນຂວາງໜ້າບັນດາສະຫາຍ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້ ແລະ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ.

3. ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນພັກໃຫ້ໜັກແໜ້ນເຂັ້ມແຂງ ແລະ ອີກບັນຫາໜຶ່ງທີ່ສໍາຄັນ ໂດຍອີງໃສ່ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກ ທີ່ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມານັ້ນ,ໃຫ້ບັນດາສະຫາຍໄດ້ເອົາເປັນຂໍ້ມູນແລະເປັນບ່ອນອີງເພື່ອວາງແຜນການຄາດໝາຍສູ້ຊົນຂອງໜ່ວຍພັກໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ໃນຕໍ່ໜ້າ.

ພຊສ ແຂວງບໍ່ແກ້ວ ເຂົ້້າຮ່ວມກອງປະຊຸມທາງໄກຜ່ານ Video Conference ກ່ຽວກັບການແລກປ່ຽນບົດຮຽນການຄຸ້ມຄອງສິ່ງເສດເຫຼືອ ລະຫວ່າງ ສປປ ລາວ-ສປ ຈີນ

     ຕອນບ່າຍ ເວລາ 13:30 ຂອງວັນທີ 19 ຕຸລາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກຜ່ານ Video Conference ກ່ຽວກັບການແລກປ່ຽນບົດຮຽນ ການຄຸ້ມຄອງສິ່ງເສດເຫຼືອ ລະຫວ່າງ ສປປ ລາວ-ສປ ຈີນ ; ອີງຕາມ: ໜັງສືເຊີນ ສະບັບເລກທີ2311/ກຊສ.ກຜງ ວັນທີ 15ຕຸລາ2020 ກົມແຜນການ ແລະການເງິນ, ກະຊວງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ຂໍຖືເປັນກຽດຮຽນເຊີນມາຍັງທ່ານ ເພື່ອເຂົ້າຮ່ວມກອງປະຊຸມທາງໄກຜ່ານ Video Conference ກ່ຽວກັບການແລກປ່ຽນບົດຮຽນ ການຄຸ້ມຄອງສິ່ງເສດເຫຼືອ ລະຫວ່າງ ກະຊວງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ສປປ ລາວ ແລະກະຊວງ ນິເວດ ແລະສິ່ງແວດລ້ອມສປຈີນ.

ແຈ້ງເຕືອນໄພພາຍຸໝຸນເຂດຮ້ອນ ແຕ່ວັນທີ 14-16 ຕຸລາ 2020

ຄາດຄະເນສະພາບອາກາດ ແຕ່ວັນທີ 6-12 ຕຸລາ 2020

ພິທີເປີດການແຂ່ງຂັນກິລາ ຊິງຂັນຫົວໜ້າ ພະແນກ ຊສ ແຂວງ ບໍ່ແກ້ວ

     ໃນວັນທີ 24 ກັນຍາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີເປິດຂະບວນການແຂ່ງຂັນກິລາຊີງຂັນຫົວໜ້າ ພະແນກ ຊສ ແຂວງ ບໍ່ແກ້ວ ຄັ້ງທີ II ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານ ຂອງ ພະແນກ ຊສ ແຂວງ ບໍ່ແກ້ວ ແລະຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ບໍ່ແກ້ວ. ໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ມີຫົວໜ້າ ຮອງຫົວໜ້າ ຫ້ອງການ ຊສ 5 ເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານ-ລັດຖະກອນ ເຂົ້າຮ່ວມກັນຢ່າງພ້ອມພຽງ.

 

 ໃນພິທີ ທ່ານ ຄໍາໝັ້ນ ຈັນທະລິດ ໄດ້ຂື້ນກ່າວຈຸດປະສົງໃນຂະບວນການແຂ່ງຂັນກິລາ ໃນຄັ້ງນີ້ ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າໃນແຂວງ ບໍ່ແກ້ວ ພວມກະກຽມຄວາມພ້ອມດ້ານຕ່າງໆ ເພຶ່ອເປີດກອງປະຊຸມ 3 ຂັ້ນໂດຍສະເພາະແມ່ນກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງ ບໍ່ແກ້ວ ແລະ ຄຳນັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດຢ່າງເປັນຂະບວນກວ້າງຂວາງ ແລະຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມາຮອດມື້ນີ້ ເຊິ່ງເປັນມື້ໜຶ່ງ ທີ່ມີເງື່ອນໄຂເອື້ອອຳນວຍຄວາມສະດວກທຸກປະການ ແລະ ໂດຍການຕົກລົງເຫັນດີ ຈາກຄະນະພັກ ຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ຄະນະຮັບຜິດຊອບກິລາ ຈຶ່ງໄດ້ຈັດຕັ້ງພິທີເປີດຂະບວນການແຂ່ງຂັນກິລາຊິງຂັນຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ປະຈຳປີ 2020 ຂຶ້ນຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ.

  1. ຄະນະພັກຮາກຖານ ພະແນກ ຊສ ແຂວງ ບໍ່ແກ້ວ ເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ຊຸດທີ I
  2. ພຊສ ແຂວງ ບໍ່ແກ້ວ ແຈ້ງເຕືອນໄພພາຍຸໝຸນເຂດຮ້ອນ ມາຍັງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະປະຊາຊົນບັນດາເຜົ່າພາຍໃນແຂວງໃນຂອບເຂດທົ່ວປະເທດ.
  3. ພຊສ ແຂວງ ບໍ່ແກ້ວ ໄດ້ຈັດພິທີປະກາດ ການຊັບຊ້ອນ, ແຕ່ງຕັ້ງພະນັກງານ ແລະມອບຮັບໃບຍ້ອງຍໍ ບຸກຄົນ, ກົມກອງທີ່ມີຜົນງານດີເດັ່ນ.
  4. ພຊສ ແຂວງບໍ່ແກ້ວ ເປີດກອງປະຊຸມສໍາມະນາເປີດກວ້າງຮ່າງຈັດສັນທີ່ດິນແບບຮອບດ້ານຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແບບຮອບດ້ານ ຂອງແຂວງ ບໍ່ແກ້ວ

Page 9 of 15

  • 4
  • ...
  • 6
  • 7
  • 8
  • 9
  • ...
  • 11
  • 12
  • 13
  • You are here:  
  • Home

Latest Articles

  • ຄາດຄະເນສະພາບອາກາດ ແຕ່ວັນທີ 14-20 ກັນຍາ 2021
  • ຄາດຄະເນສະພາບອາກາດ ແຕ່ວັນທີ 07-13 ກັນຍາ 2021
  • ແຈ້ງເຕືອນຝົນຕົກໜັກ
  • ຄາດຄະເນສະພາບອາກາດ ແຕ່ວັນທີ 01-07 ກັນຍາ 2021
  • ຄາດຄະເນສະພາບອາກາດ ແຕ່ວັນທີ 24-30 ສິງຫາ 2021
173961
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
178
77
178
172879
685
4685
173961

Your IP: 35.172.230.154
2023-02-05 16:53
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ