ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ຫົວໜ້າ ພຊສ ແຂວງ ບໍ່ແກ້ວ ໄດ້ລົງກວດກາຜົນສໍາເລັດຂອງໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ

   ໃນຕອນເຊົ້າ ຂອງວັນທີ 19 ສິງຫາ 2020 ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ລົງກວດກາຜົນສໍາເລັດຂອງໂຄງການກໍ່ສ້າງ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ເຊິ່ງມີຜູ້ເຂົ້າຮ່ວມຄື: ເຈົ້າຂອງໂຄງການ, ຜູ້ຮັບເໝົາກໍ່ສ້າງ, ຄະນະກໍາມະການຄຸ້ມຄອງໂຄງການຈາກແຂວງ ແລະເມືອງ.

 ໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ໄດ້ຮັບທຶນຈາກ ກະຊວງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ທັງໝົດໃນມູນຄ່າ: 773.000.000 ກີບ ໂຄງການດັ່ງກ່າວໄດ້ເຊັນສັນຍາຮັບເໝົາກໍ່ສ້າງໂດຍແມ່ນ ບໍລິສັດ ຮວຍຍິນກໍ່ສ້າງເຄຫາສະຖານ ຈໍາກັດ (ໂຄງການດັ່ງກ່າວ ໄດ້ເລີ່ມການກໍ່ສ້າງ ໃນວັນທີ 20 ມີນາ 2020 - 19 ສິງຫາ 2020 ແມ່ນສໍາເລັດຕາມແຜນການ 100%)

 

 

ພຊສ ແຂວງບໍ່ແກ້ວ ສ້າງຂະບວນການອອກແຮງງານລວມ ເພື່ອກະກຽມຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ບໍ່ແກ້ວ

        ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 14 ສິງຫາ 2020  ຢູ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ສ້າງຂະບວນການອອກແຮງງານລວມ ອານາໄມເຂດສໍານັກງານອົງການຂອງຕົນ ແລະ ປະດັບປະດາ ເພື່ອກະກຽມຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ບໍ່ແກ້ວ ຄັ້ງທີ VI ໂດຍພາຍໃຕ້ການຊີ້ນໍາ-ນຳພາ ຂອງຫົວໜ້າ, ຮອງຫົວໜ້າ ພະແນກ ຊສ; ຫົວໜ້າ, ຮອງຫົວໜ້າຂະແໜງການ ແລະ ພະນັກງງານ-ລັດຖະກອນເຂົ້້າຮ່ວມຢ່າງພ້ອມພຽງ.

ພຊສ ແຂວງບໍ່ແກ້ວ ລົງຊຸກຍູ້ວຽກງານຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ເມືອງ ຕົ້ນເຜິ້ງ.

      ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 12 ສິງຫາ 2020 ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ ,ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຊຸກຍູ້ວຽກງານຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ໂດຍໄດ້ເຂົ້າພົບ ທ່ານ ເຄື່ອນເພັດ ວົງຈັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ຕົ້ນເຜິ້ງ ເພື່ອແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວວຽກງານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ. 

 ຈາກນັ້ນ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ພ້ອມທິມງານໄດ້ລົງພົບປະໂອ້ລົມ ແລະ ເຮັດວຽກນຳຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຕົ້ນເຜິ້ງ ໂດຍມີ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ເຂົ້າຮ່ວມ. 

    ທ່ານ ບຸນຍົກ ແພງສະຫວັດ ຫົວໜ້າຫ້ອງການ ຊສ ເມືອງ ຕົ້ນເຜິ້ງ ໄດ້ລາຍງານການການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ ພຊສ ແຂວງຮັບຮູ້. ຫລັງຈາກນັ້ນບັນດາຂະແໜງການທີ່ກ່ຽວ ຂ້ອງຂອງແຂວງກໍ່ໄດ້ແນະນຳບັນດາໜ້າວຽກຂອງຕົນໃຫ້ເມືອງສືບຕໍ່ເອົາໃຈໃສ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ສຳ ເລັດຕາມແຜນການ.

   ໃນກອງປະຊູມ ທ່ານຄໍາໝັ້ນ ຈັນທະລິດ ກໍ່ໄດ້ເນັ້ນໜັກໃຫ້ ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຕົ້ນເຜິ້ງ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ ຕາມສິດ ແລະ ພາລະບົດບາດຂອງຕົນຢ່າງເຕັມສ່ວນ ສຸມໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ເປັນຕົ້ນແມ່ນວຽກງານການຂຶ້ນທະບຽນອອກໃບຕາດິນ 6 ເດືອນທ້າຍປີ ແນະນຳໃຫ້ເອົາໃຈໃສ່ສ້າງແຜນການອອກໃບຕາດິນແຕ່ປີ 2021-2025, ເນັ້ນໜັກໃຫ້ເອົາໃຈໃສ່ການຄູ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດໂດຍການລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນທູກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈ ຕອນທ້າຍ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານ ພ້ອມກັບມອບອຸປະກອນຮັບໃຊ້ຫ້ອງການ ແລະ ເງິນຈຳນວນໜຶ່ງໃຫ້ຫ້ອງການ ຊສ ເມືອງ ຕົ້ນເຜິ້ງ ນຳໄປຮັບໃຊ້ເຂັົ້າໃນການເຄື່ອນໄຫວ ວຽກງານ ຂອງຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຕົ້ນເຜິ້ງ.

ພຊສ ແຂວງບໍ່ແກ້ວ ລົງຊຸກຍູ້ວຽກງານຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ເມືອງ ຫ້ວຍຊາຍ.

    ໃນຕອນບ່າຍ ເວລາ 13 ໂມງ 30 ນາທີ ຂອງວັນທີ 14 ກໍລະກົດ 2020 ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຊຸກຍູ້ວຽກງານຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ ໂດຍໄດ້ເຂົ້າພົບ ທ່ານ ຫົງແກ້ວ ວິໄນວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ຫ້ວຍຊາຍ ເພື່ອແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວວຽກງານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ. 

    ຈາກນັ້ນ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ພ້ອມທິມງານໄດ້ລົງພົບປະໂອ້ລົມ ແລະ ເຮັດວຽກນຳຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ ໂດຍມີ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ຫ້ອງການ ຊັບພະຍາ ກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍເຂົ້າຮ່ວມ. 

    ທ່ານ ບົວວັນ ຄຳພູວົງ ຮອງຫົວໜ້າຫ້ອງການ ຊສ ເມືອງຫ້ວຍຊາຍ ໄດ້ລາຍງານການການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ ພຊສ ແຂວງຮັບຮູ້.ຫລັງຈາກນັ້ນບັນດາຂະແໜງການທີ່ກ່ຽວ ຂ້ອງຂອງແຂວງກໍ່ໄດ້ແນະນຳບັນດາໜ້າວຽກຂອງຕົນໃຫ້ເມືອງສືບຕໍ່ເອົາໃຈໃສ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ສຳ ເລັດຕາມແຜນການ.

 

    ໃນກອງປະຊູມ ທ່ານຄໍາໝັ້ນ ຈັນທະລິດ ກໍ່ໄດ້ເນັ້ນໜັກໃຫ້ ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ ຕາມສິດ ແລະ ພາລະບົດບາດຂອງຕົນຢ່າງເຕັມສ່ວນ ສຸມໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ເປັນຕົ້ນແມ່ນວຽກງານການຂຶ້ນທະບຽນອອກໃບຕາດິນ 6 ເດືອນທ້າຍປີ ແນະນຳໃຫ້ເອົາໃຈໃສ່ສ້າງແຜນການອອກໃບຕາດິນແຕ່ປີ 2021-2025, ເນັ້ນໜັກໃຫ້ເອົາໃຈໃສ່ການຄູ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດໂດຍການລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນທູກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈ ຕອນທ້າຍ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານ ພ້ອມກັບມອບອຸປະກອນຮັບໃຊ້ຫ້ອງການ ແລະ ເງິນຈຳນວນໜຶ່ງໃຫ້ຫ້ອງການ ຊສ ເມືອງ ຫ້ວຍຊາຍ ນຳໄປຮັບໃຊ້ເຂັົ້າໃນການເຄື່ອນໄຫວ ວຽກງານ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ.

 

 

ພຊສ ແຂວງບໍ່ແກ້ວ ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ວຽກງານ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທົ່ວປະເທດ (ຜ່ານລະບົບ Video Conference)

      ໃນຕອນເຊົ້າເວລາ 08:30 ຂອງວັນທີ 07 ກໍລະກົດ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ວຽກງານ ຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ  ທົ່ວປະເທດ ເປັນຕົ້ນວຽກງານການຂື້ນທະບຽນອອກໃບຕາດິນ 6 ເດືອນຕັ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ, ຄາດໝາຍສູ້ຊົນການຂື້ນທະບຽນອອກໃບຕາດິນຢູ່ແຕ່ລະແຂວງໃນ 5 ປີຕໍ່ໜ້າ (2021-2025) ແລະ ຄວາມຄືບໜ້າໃນການສ້າງແຜນຈັດສັນທີ່ດິນ ແລະ ແຜນຄຸ້ມຄອງດ້ານສິ່ງແວດລ້ອມ ແບບຮອບດ້ານຂອງແຂວງ ຜ່ານລະບົບ (Video Conference). ຮ່ວມກັບ ຄະນະນຳ ກະຊວງ, ຫ້ອງການ, ບັນດາກົມ, ກອງ, ສະຖາບັນ. ໂດຍການເປັນປະທານ ຂອງ ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.  

       ໃນກອງປະຊຸມ ພຊສ ແຂວງ ແລະນະຄອນຫຼວງ ໄດ້ລາຍງານຄວາມຄືບໜ້າ ໃນການອອກໃບຕາດິນ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນ ທ້າຍປີ ແລະ ແຜນສູ້ຊົນອອກໃບຕາດິນໃຫ້ສຳເລັດໃນ 5 ປີ ຕໍ່ໜ້າ (2021-2025).

       ໃນກອງປະຊຸມບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງກໍ່ໄດ້ອະທິບາຍ, ຊີ້ແຈງ ແລະ ແນະນຳວຽກຕ່າງໆ ໃຫ້ແກ່ ພຊສ ແຂວງ, ນະຄອນຫຼວງ ເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.

        ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຂອງທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ໂດຍໄດ້ເນັ້ນໜັກໃຫ້ແຕ່ລະແຂວງເອົາໃຈໃສ່ສືບຕໍ່ຂື້ນທະບຽນອອກໃບຕາດິນ 6 ເດືອນທ້າຍປີ ໃຫ້ສຳເລັດຕາມແຜນການ ພ້ອມທັງເນັ້ນໃຫ້ແຕ່ລະແຂວງ, ນະຄອນຫຼວງ ສືບຕໍ່ ສ້າງແຜນຈັດສັນທີ່ດິນ ຕິດພັນກັບການຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ຂອງແຂວງໃຫ້ສຳເລັດໂດຍໄວ.

 

 

  1. ແຂວງບໍ່ແກ້ວ ສ້າງຂະບວນການອອກແຮງງານລວມ (ວັນເສົາແດງ)
  2. ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈຳປີ 2020
  3. ພຊສ ແຂວງບໍ່ແກ້ວ ເຂົ້້າຮ່ວມຂະບວນການອອກແຮງງານລວມ ໃນການກໍ່ສ້າງສວນສາທາລະນະຮ່ວມໃຈພັດທະນາສວນສາທາລະນະແຂວງ ເພື່ອສັງຄົມ
  4. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ ເຜີຍແຜ່ຜົນສຳເລັດກອງປະຊູມໃຫຍ່ຄະນະພັກຮາກຖານຄັ້ງທີ I ຂອງ ພຊສ ແຂວງບໍ່ແກ້ວ

Page 4 of 7

  • 1
  • 2
  • 3
  • 4
  • ...
  • 6
  • 7
  • You are here:  
  • Home

Latest Articles

  • ຄະນະພັກ ຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ເປີດກອງປະຊຸມດໍາເນີນຊີວິດການເມືອງ ປະຈໍາປີ 2020
  • ກອງປະຊຸມດໍາເນີນຊີວິດການເມືອງ ໜ່ວຍພັກ ບໍລິຫານ ແລະ ຈັດຕັ້ງ ປະຈໍາປີ 2020
  • ກອງປະຊຸມດໍາເນີນຊີວິດການເມືອງ ໜ່ວຍພັກ ທີ່ດິນ ປະຈໍາປີ 2020
  • ຄາດຄະເນສະພາບອາກາດ ແຕ່ວັນທີ 09-15 ທັນວາ 2020
  • ກອງປະຊຸມດໍາເນີນຊີວິດການເມືອງ ໜ່ວຍພັກ ສິ່ງແວດລ້ອມ ປະຈໍາປີ 2020
042459
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
88
259
88
40384
3407
6360
42459

Your IP: 18.204.42.98
2021-01-17 07:44
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2021 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ