ພິທີເປີດການແຂ່ງຂັນກິລາ ຊິງຂັນຫົວໜ້າ ພະແນກ ຊສ ແຂວງ ບໍ່ແກ້ວ
ໃນວັນທີ 24 ກັນຍາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີເປິດຂະບວນການແຂ່ງຂັນກິລາຊີງຂັນຫົວໜ້າ ພະແນກ ຊສ ແຂວງ ບໍ່ແກ້ວ ຄັ້ງທີ II ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານ ຂອງ ພະແນກ ຊສ ແຂວງ ບໍ່ແກ້ວ ແລະຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ບໍ່ແກ້ວ. ໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ມີຫົວໜ້າ ຮອງຫົວໜ້າ ຫ້ອງການ ຊສ 5 ເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານ-ລັດຖະກອນ ເຂົ້າຮ່ວມກັນຢ່າງພ້ອມພຽງ.
ໃນພິທີ ທ່ານ ຄໍາໝັ້ນ ຈັນທະລິດ ໄດ້ຂື້ນກ່າວຈຸດປະສົງໃນຂະບວນການແຂ່ງຂັນກິລາ ໃນຄັ້ງນີ້ ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າໃນແຂວງ ບໍ່ແກ້ວ ພວມກະກຽມຄວາມພ້ອມດ້ານຕ່າງໆ ເພຶ່ອເປີດກອງປະຊຸມ 3 ຂັ້ນໂດຍສະເພາະແມ່ນກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງ ບໍ່ແກ້ວ ແລະ ຄຳນັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດຢ່າງເປັນຂະບວນກວ້າງຂວາງ ແລະຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມາຮອດມື້ນີ້ ເຊິ່ງເປັນມື້ໜຶ່ງ ທີ່ມີເງື່ອນໄຂເອື້ອອຳນວຍຄວາມສະດວກທຸກປະການ ແລະ ໂດຍການຕົກລົງເຫັນດີ ຈາກຄະນະພັກ ຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ຄະນະຮັບຜິດຊອບກິລາ ຈຶ່ງໄດ້ຈັດຕັ້ງພິທີເປີດຂະບວນການແຂ່ງຂັນກິລາຊິງຂັນຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ປະຈຳປີ 2020 ຂຶ້ນຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ.
ຄະນະພັກຮາກຖານ ພະແນກ ຊສ ແຂວງ ບໍ່ແກ້ວ ເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ຊຸດທີ I
ໃນເວລາ 8:00 ໂມງ ຂອງວັນທີ 23 ກັນຍາ 2020 ຄະນະພັກຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີປີດຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ຊຸດທີ I ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ, ມີສະມາຊິກພັກເຂົ້າຮ່ວມ ຈໍານວນ 35 ສະຫາຍ ຍິງ 09 ສະຫາຍ.
ອີງຕາມ ມະຕິຕົກລົງ ວ່າດ້ວຍ ການອະນຸມັດເປີດຮຽນກົດລະບຽບພັກ ປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ທີ່ເປັນເປົ້າໝາຍ ຂະຫຍາຍເຂົ້າພັກ ເລກທີ 175/ຄປພຂ.ບກ ບໍ່ແກ້ວ, ວັນທີ 10 ກຸມພາ 2020.
ຄະນະປະຈໍາພັກແຂວງ ຕົກລົງເຫັນດີໃຫ້ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ທີ່ມີລາຍຊື່ດັ່ງລຸ່ມນີ້:
1. ສະຫາຍ ອານຸສິນ ອິນວິໄຊທອງ
2. ສະຫາຍ ຫວານໃຈ ສຸລິຍະວົງ
3. ສະຫາຍ ນ. ສຸມະນີຄອນ ໃຈຍະສັກ
ໃນຕອນທ້າຍປະທານພິທີໄດ້ໃຫ້ຄຳໂອ້ລົມ ແລະໃຫ້ທິດຊີ້ນຳສະຫາຍເລຂາໜ່ວຍພັກ, ສະມາຊິກພັກ, ມະຫາຊົນກ້າວໜ້າທຸກສະຫາຍ ຕ້ອງກໍາໃຫ້ໄດ້ບັນດາສິດ, ໜ້າທີ່ ແລະ ຂໍ້ຫ້າມ ຂອງສະມາຊິກພັກ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນ ເປັນແບບຢ່າງໃຫ້ແກ່ມະຫາຊົນໃນທຸກດ້ານງານຕໍ່ການປະຕິບັດແນວທາງ, ພ້ອມດຽວກັນນີ້, ກໍ່ເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສ ແລະມີວິທີການເຮັດວຽກທີ່ຖືກຕ້ອງເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນໄດ້ຢ່າງມີປະສິດທິພາບ.
ພຊສ ແຂວງ ບໍ່ແກ້ວ ໄດ້ຈັດພິທີປະກາດ ການຊັບຊ້ອນ, ແຕ່ງຕັ້ງພະນັກງານ ແລະມອບຮັບໃບຍ້ອງຍໍ ບຸກຄົນ, ກົມກອງທີ່ມີຜົນງານດີເດັ່ນ.
ໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີການປະກາດການຈັດຕັ້ງຊັບຊ້ອນ ແຕ່ງຕັ້ງພະນັກງານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ, ເປັນກຽດເຂົ້າຮ່ວມ ໃນພິທີດັ່ງກ່າວໂດຍ ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກນັ້ນ ຍັງມີແຂກຖືກເຊີນທີ່ມາຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະພະນັກງານ-ລັດຖະກອນ ເຂົ້າຮ່ວມ 40 ທ່ານ ເປັນຍິງ 13 ທ່ານ.
ໃນພິທີ ທ່ານ ສົມຈິດ ສີປະເສີດ ຕາງໜ້າຄະນະຈັດຕັ້ງແຂວງ , ຫົວໜ້າ ຂະແໜງກໍ່ສ້າງພັກ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເຈົ້າແຂວງໆ ບໍ່ແກ້ວ ສະບັບເລກທີ 686/ຈຂ.ບກ ລົງວັນທີ 07 ກັນຍາ 2020 ວ່າດ້ວຍການຊັບຊ້ອນແຕ່ງຕັ້ງພະນັກງານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ.
ເຈົ້າແຂວງ ບໍ່ແກ້ວ ຕົກລົງ: ເຫັນດີຊັບຊ້ອນ ແລະແຕ່ງຕັ້ງພະນັກງານ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ ບໍ່ແກ້ວ ຈໍານວນ 13 ທ່ານ, ຍິງ 03 ທ່ານ ດັ່ງລຸ່ມນີ້:
1. ທ່ານ ສົດແກ້ວ ກອງພະຈັນ ຫົວໜ້າ ຂະແໜງຕິດຕາມ ກວດກາ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເປັນຫົວໜ້າ ຂະແໜງ ບໍລິຫານ ແລະການເງິນ.
2. ທ່ານ ສົມສັກ ໄຊຍະວົງ ຮອງຫົວໜ້າ ຂະແໜງກວດກາລັດ ເປັນຮອງຫົວໜ້າຂະແໜງ ບໍລິຫານ ແລະການເງິນ.
3. ທ່ານ ນາງ ຈັນແສງ ວັນນຸສັກ ວິຊາການເປັນຮອງຫົວໜ້າຂະແໜງ ບໍລິຫານ ແລະການເງິນ.
4. ທ່ານ ອານຸສິດ ສີປະເສີດ ຫົວໜ້າຂະແໜງ ຈັດຕັ້ງ-ພະນັກງານ ເປັນຫົວໜ້າຂະແໜງ ຕິດຕາມ ກວດກາ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ.
5. ທ່ານ ສີພອນ ສີລິປັນຍາ ຮອງຫົວໜ້າ ຂະແໜງຈັດຕັ້ງ-ພະນັກງານ ເປັນຫົວໜ້າຂະແໜງ ຈັດຕັ້ງ-ພະນັກງານ.
6. ທ່ານ ໄຊສົມພອນ ຈັນທະສົມບູນ ຮອງຫົວໜ້າ ຂະແໜງທີ່ດິນ ເປັນຫົວໜ້າ ຂະແໜງທີ່ດິນ.
7. ທ່ານ ບຸນແຍງ ລາດຊະວົງ ວິຊາການ ເປັນຮອງຫົວໜ້າ ຂະແໜງທີ່ດິນ.
8. ທ່ານ ສົມຈິດ ແກ້ວໄມຜິດ ວິຊາການ ເປັນຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະອຸຕຸນິຍົມ.
9. ທ່ານ ນາງ ຂັນທອງ ຂັນທະພອນ ວິຊາການ ເປັນຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະອຸຕຸນິຍົມ.
10. ທ່ານ ວົງເດືອນ ສົມມີສຸກ ຮອງຫົວໜ້າ ຂະແໜງ ບໍລິຫານ ແລະການເງິນ ເປັນຮອງຫົວໜ້າຂະແໜງ ສິ່ງແວດລ້ອມ.
11. ທ່ານ ສູນທອນ ວັນນະຈອມຈັນ ວິຊາການ ເປັນຮອງຫົວໜ້າ ຂະແໜງສິ່ງແວດລ້ອມ.
12. ທ່ານ ນາງ ສຸດທະລາ ໃຈຍະສັກ ວິຊາການ ເປັນຮອງຫົວໜ້າຂະແໜງ ກວດກາລັດ.
13. ທ່ານ ນາງ ແສງຈ້ອຍ ໄຊຍະທິ ວິຊາການ ເປັນຮອງຫົວໜ້າຂະແໜງ ແຜນການ-ສະຖິຕິ ແລະຂໍ້ມູນ-ຂ່າວສານ.
ຈາກນັ້ນ ຄະນະຈັດຕັ້ງພິທີ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ບໍ່ແກ້ວ ສະບັບເລກທີ 294/ຈຂ.ບກ, ລົງວັນທີ 26 ມີນາ 2020 ວ່າດ້ວຍການຍ້ອງຍໍບຸກຄົນ, ກົມກອງ ແລະບ້ານທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍ່ຄືແຂວງ ບໍ່ແກ້ວ ປະຈໍາປີ 2019 ແລະຜ່ານຂໍ້ຕົກລົງ ຂອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ສະບັບເລກທີ 68/ພຊສຂ, ລົງວັນທີ 28 ພຶດສະພາ 2020 ວ່າດ້ວຍການຍ້ອງຍໍຜົນງານ ປະຈໍາປີ 2019.
ໃນໂອກາດນີ້ ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ສະແດງຄວາມຊົມເຊີຍ ຍ້ອງຍໍ ພະນັກງານ-ລັດຖະກອນ ພ້ອມທັງຮຽກຮ້ອງ ໃຫ້ ບັນດາທ່ານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ປະຕິ ບັດໜ້າທີ່ ວຽກງານ, ສືບຕໍ່ປະຕິບັດໜ້າທີ່ການເມືອງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ຕາມທີ່ຂັ້ນ ເທິງກໍຄືການຈັດຕັ້ງ ມອບໝາຍໃຫ້ໄດ້ຮັບຜົນດີ ແລະ ໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.
ພຊສ ແຂວງບໍ່ແກ້ວ ເປີດກອງປະຊຸມສໍາມະນາເປີດກວ້າງຮ່າງຈັດສັນທີ່ດິນແບບຮອບດ້ານຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແບບຮອບດ້ານ ຂອງແຂວງ ບໍ່ແກ້ວ
ໃນເວລາ 8:00 ໂມງ ຂອງວັນທີ 09 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມເປີດກວ້າງເພື່ອຄວາມເປັນເອກະພາບ ແລະສໍາມະນາກ່ຽວກັບຮ່າງຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແບບຮອບດ້ານ ຂອງແຂວງ ບໍ່ແກ້ວ ຮ່ວມກັບ ອົງການປົກຄອງ ແລະສະພາປະຊາຊົນແຂວງ. ໂດຍໃຫ້ກຽດເປັນປະທານ ກອງປະຊຸມ ປອ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ.
ໃນກອງປະຊຸມ ທ່ານ ຄໍາພູວົງ ອິນສີຊຽງໃໝ່ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໄດ້ສະເໜີຈຸດປະສົງໃນການເປີດກອງປະຊຸມໃນຄັ້ງນີ້: ຜ່ານແຜນຈັດສັນທີ່ດິນ ແລະຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຂອງແຂວງ ບໍ່ແກ້ວ ເຊິ່ງປະກອບດ້ວຍ 4 ພາກຄື:
ພາກທີ1: ສັງເກດຕີລາຄາສະພາບຈັດສັນທີ່ດິນແລະຄຸ້ມຄອງສີ່ງແວດລ້ອມແຂວງບໍ່ແກ້ວມີ2ຂໍ້້ໃຫຍ່ແລະ6ຂໍ້ນ້ອຍ.
ພາກທີ2:ວິໄສທັດ ແລະຍຸດທະສາດຂອງການຈັດສັນທີ່ດິນ ແລະຄຸ້ມຄອງສີ່ງແວດລ້ອມແບບຮອບດ້ານ ມີ 6ຂໍ້ໃຫຍ່ແລະ 6ຂໍ້ນ້ອຍ.
ພາກທີ3:ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານແຂວງ ບໍ່ແກ້ວມີ 3ຂໍ້ໃຫຍ່ 18ຂໍ້ນ້ອຍ.
ພາກທີ4:ມາດຕະການ ແລະ ການຈັດຕັ້ງປະຕິບັດລວມມີ2ຂໍ້ໃຫຍ່ 3ຂໍ້ນ້ອຍ.
ແຜນຈັດສັນທີ່ດິນ ແມ່ນການກໍານົດເຂດ, ກໍານົດປະເພດທີ່ດິນຢ່າງເປັນລະບົບເພື່ອຮັບປະກັນໃນການຄຸ້ມຄອງປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ທີ່ດິນ ໃຫ້ເກີດຜົນປະໂຫຍດສູງສຸດ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ແຜນຈັດສັນທີ່ດິນແບ່ງອອກເປັນ ສອງລະດັບ ຄື: ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນແມ່ບົດຈັດສັນທີ່ດິນຂັ້ນທ້ອງຖິ່ນ (ຂັ້ນແຂວງ), ສ່ວນຂັ້ນເມືອງ ແລະ ຂັ້ນບ້ານ ເອີ້ນວ່າ “ແຜນການນໍາໃຊ້ທີ່ດິນ’’.ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານສະບັບນີ້ ຈະເປັນເຄື່ອງມືທາງດ້ານນິຕິກຳທີ່ສຳຄັນ ທີ່ອຳນວຍຄວາມສະດວກໃຫ້ແກ່ການຕັດສິນໃຈໃນການພັດທະນາໃຫ້ໄວຂຶ້ນ ໂດຍສະເພາະການພິຈາລະນາປັດໃຈທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອກຳນົດແຜນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະສອດຄ່ອງກັບແຜນແມ່ບົດການຈັດສັນທີ່ດິນແຫ່ງ ຊາດ; ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມລະບຽບກົດໝາຍ, ນໍາໃຊ້ຊັບພະຍາກອນທີ່ມີ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ທ້ອງຖິ່ນ. ແຜນດັ່ງກ່າວນີ້, ເປັນແຜນມະຫາພາກຂັ້ນທ້ອງຖິ່ນ ຊຶ່ງໄດ້ກຳນົດວິໄສທັດ ແລະ ຍຸດທະສາດ ໃນການພັດທະນາພື້ນທີ່ ເປັນແຕ່ລະໄລຍະບົນພື້ນຖານທ່າແຮງທີ່ບົ່ມຊ້ອນຂອງບັນດາເມືອງ ໂດຍຜ່ານການປຶກສາຫາລື ແລະ ສັງລວມເອົາບັນດານະໂຍບາຍການພັດທະນາຂອງຂະແໜງການທີ່ກ່ຽວຂ້ອງກໍານົດເປັນເຂດພັດທະນາ ແລະ ສ້າງເປັນແຜນທີ່ນໍາໃຊ້ທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມຢ່າງຈະແຈ້ງ ເປັນຕົ້ນແມ່ນເຂດທີ່ຢູ່ອາໄສ, ເຂດກະສິກຳ, ເຂດອຸດສາຫະກຳ ແລະ ເຂດອຶ່ນໆ... ໂດຍໄດ້ກຳນົດຫຼັກການ ແລະ ມາດຕະການ ໃນການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ພ້ອມທັງມີມາດຕະການໃນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມຂອງແຕ່ລະຂົງເຂດວຽກງານ.
Page 3 of 8