ຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 26 ພຶດສະພາ 2021 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມເຊື່ອມຊຶມເອກະສານຂອງ ຄະນະອົບຮົມສູນກາງພັກ ເລກທີ 16/ຄອສພ, ນະຄອນຫຼວງວຽງຈັນ ວັນທີ16/05/2021 ເລື່ອງ: ເພີ່ມທະວີການຊີ້ນໍາວຽກງານການເມືອງ-ແນວຄິດໃນການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ19 ໂດຍໃຫ້ກຽດເປັນປະທານ ກອງປະຊຸມ ທ່ານ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ມີຫົວໜ້າຂະແໜງ, ຮອງຂະແໜງ ພະນັກງານ-ລັດຖະກອນເຂົ້າຮ່ວມ. ໃນວາລະກອງປະຊຸມໄດ້ແບ່ງອອກເປັນ 2 ຕອນ ຄື:ຕອນເຊົ້າມີຈໍານວນ 34 ທ່ານ ແລະ ຕອນບ່າຍ ມີຈໍານວນ 38 ທ່ານ ເຊິ່ງໄດ້ປະຕິບັດຕາມມາດຕະການເວັ້ນໄລຍະຫ່າງ ເພື່ອປ້ອງກັນ, ສະກັດກັ້ນພະຍາດໂຄວິດ19.

    ເຊິ່ງມີຫົວຂໍ້ດັ່ງລຸ່ມນີ້:

I. ສະພາບການກໍາເນີດ ແລະແຜ່ລະບາດພະຍາດໂຄວິດ 19

1. ການເກີດຂອງພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ19)

2. ການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ19)

3. ຜົນກະທົບຂອງເຊື້ອພະຍາດໂຄວິດ 19

II. ການສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະແກ້ໄຂພະຍາດໂຄວິດ19

III. ເພີ່ມທະວີການຊີ້ນຳວຽກງານການເມືອງ-ແນວຄິດ ໃນການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ19

Subcategories