ຕອນບ່າຍເວລາ 13:30 ໂມງ ຂອງວັນທີ 22 ມິຖຸນາ 2021 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໜ່ວຍຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ເປີດບັ້ນແຂ່ງຂັນ 4 ບຸກ ຂອງຕົນຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຮ່ວມຂອງສະຫາຍຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ; ສະຫາຍ ຈັນສະຫວ່າງ ເຍົາວະພາ ຮອງເລຂາຄະນະບໍລິຫານງານ ປປລາວ ແຂວງ; ສະຫາຍ ນາງ ຂັນທອງ ຂັນທະພອນ ເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ ແລະແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ 50 ສະຫາຍ.

    ຄະນະຈັດຕັ້ງພິທີ ໄດ້ຂື້ນຜ່ານໃບອະນຸມັດເປີດບັ້ນຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງ ບໍ່ແກ້ວ ເລກທີ 215/ຄຊໜຂ ບໍ່ແກ້ວ ວັນທີ 21 ເມສາ 2021.

 ຈາກນັ້ນ ເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານແຜນກໍ່ສ້າງໜ່ວຍຊາວໜຸ່ມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໃຫ້ກາຍເປັນໜ່ວຍຊາວໜຸ່ມ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນປີ 2021.

 ຫຼັງຈາກນັ້ນຫົວໜ້າຈຸຊາວໜຸ່ມແຕ່ລະຈຸ ໂດຍຕາງໜ້າສະມາຊິກພາຍໃນຈຸ ຊາວໜຸ່ມຂື້ນປະຕິຍານຕົນຈັບມືເປີດບັ້ນຂໍ້ແຂ່ງຂັນ 4 ບຸກ ແລະ ລົງລາຍເຊັນບົດບັນທຶກເປີດການແຂ່ງຂັນຢ່າງເປັນທາງການ.

Subcategories