ໃນຕອນບ່າຍເວລາ 13:30 ໂມງ ຂອງວັນທີ່ 02 ສິງຫາ 2021 ພະແນກ ສາທາລະນາສຸກແຂວງ ໄດ້ມາເປີດກອງປະຊຸມໂຄສະນາເຜີຍແຜ່ ກົດໝາຍ ແລະ ຜົນກະທົບການດື່ມເຄຶ່ອງດື່ມທີ່ມີທາດເຫຼົ້າ ຢູ່ທີຫ້ອງປະຊຸມຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານຂອງທ່ານ ຄໍາພູວົງ ອິນສີຊຽງໃໝ່ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ; ຫົວໜ້າ ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

      ໃນຕອນເຊົ້າຂອງວັນພຸດ ທີ 28 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ. ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຊຸດທີ II  ເຊິ່ງໃຊ້ເວລາໃນການຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ເລີ່ມແຕ່ວັນທີ 26-28 ກໍລະກົດ 2021, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ  ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີບັນດາເລຂາໜ່ວຍພັກ, ຕາງໜ້າ ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ, ພິທີດັ່ງກ່າວ ໄດ້ມອບໃບຢັ້ງຢືນໃຫ້ມະຫາຊົນກ້າວໜ້າ ຈໍານວນ 06 ສະຫາຍ, ຍິງ 1 ສະຫາຍ.

       ວັນທີ 22 ກໍລະກົດ 2021 ເວລາ 8:00 ໂມງ ໜ່ວຍພັກບໍລິຫານ ແລະ ຈັດຕັ້ງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີຮັບສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ແລະ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພະແນກ ຊສ, ຫົວໜ້າພະແນກ ຊສ, ສະຫາຍ ວົງລັກ ພອນຈະເລີນ ເລຂາໜ່ວຍພັກ ບໍລິຫານ ແລະ ຈັດຕັ້ງ, ມີບັນດາຜູ້ຕາງໜ້າເລຂາໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ. 

   ໃນພິທີ ຕາງໜ້າຄະນະຈັດຕັ້ງພິທີ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ແຂວງ ບໍ່ແກ້ວ ວ່າດ້ວຍການອະນຸມັດເລື່ອນ ສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຄື: ສະຫາຍ ນາງ ບົວພັນ ເຈື້ອກັນຮ່ວງ. ແລະ ຜ່່ານມະຕິວ່າດ້ວຍການອະນຸມັດຮັບມະຫາຊົນເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຄື: ສະຫາຍ ອານຸສິນ ອິນວິໄຊທອງ.

 

          ໃນໂອກາດນີ້ ສະຫາຍ ຄໍໍາໝັ້ນ ຈັດທະລິດ ໄດ້ໂອ້ລົມ ເພື່ອຊີ້ທິດເຍືອງທາງໃຫ້ສະມາຊິກພັກໃໝ່ທັງ 02 ສະຫາຍ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຕື່ນຕົວຝຶກຝົນຫຼໍ່ຫຼອມຕົນເອງໃນໄລຍະຜ່ານມາ ຈົນໄດ້ເຂົ້າເປັນສະມາຊິກພັກສົມບູນ ແລະ ສໍາຮອງ ພ້ອມນັ້ນສະຫາຍໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກກໍາແໜ້ນຄວາມໝາຍ, ຄວາມສໍາຄັນ, ພາລະບົດບາດ ແລະ ແນວຄິດທິດສະດີຂອງພັກ, ເອົາໃຈໃສ່ປະຕິບັດຕໍ່ກົດລະບຽບຂອງພັກຢ່າງເຂັ້ມງວດ, ກໍາແໜ້ນກົດລະບຽບຂອງພັກ ໂດຍສະເພາະແມ່ນໜ້າທີ່, ສິດ ແລະ ຂໍ້ຫ້າມຂອງສະມາຊິກພັກ,ສືບຕໍ່ພັດທະນາຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານໃຫ້ກາຍເປັນສະມາຊິກພັກທີ່ມີຄຸນສົມບັດ ແລະ ເປັນແບບ ຢ່າງໃຫ້ແກ່ມະຫາຊົນ, ຕັ້ງໜ້າພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ; ທັງນີ້ ກໍເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານການກໍ່ສ້າງໜ່ວຍພັກຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄືການປະ ກອບສ່ວນພັດທະນາ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໃຫ້ມີຄວາມກ້າວໜ້າຕໍ່ໆໄປ. 

   

                                               

Subcategories