ໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີການປະກາດການຈັດຕັ້ງຊັບຊ້ອນ ແຕ່ງຕັ້ງພະນັກງານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ, ເປັນກຽດເຂົ້າຮ່ວມ ໃນພິທີດັ່ງກ່າວໂດຍ ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກນັ້ນ ຍັງມີແຂກຖືກເຊີນທີ່ມາຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະພະນັກງານ-ລັດຖະກອນ ເຂົ້າຮ່ວມ 40 ທ່ານ ເປັນຍິງ 13 ທ່ານ.

   ໃນພິທີ ທ່ານ ສົມຈິດ ສີປະເສີດ ຕາງໜ້າຄະນະຈັດຕັ້ງແຂວງ , ຫົວໜ້າ ຂະແໜງກໍ່ສ້າງພັກ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເຈົ້າແຂວງໆ ບໍ່ແກ້ວ ສະບັບເລກທີ 686/ຈຂ.ບກ ລົງວັນທີ 07 ກັນຍາ 2020 ວ່າດ້ວຍການຊັບຊ້ອນແຕ່ງຕັ້ງພະນັກງານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ.

     ເຈົ້າແຂວງ ບໍ່ແກ້ວ ຕົກລົງ: ເຫັນດີຊັບຊ້ອນ ແລະແຕ່ງຕັ້ງພະນັກງານ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ ບໍ່ແກ້ວ ຈໍານວນ 13 ທ່ານ, ຍິງ 03 ທ່ານ ດັ່ງລຸ່ມນີ້:

1. ທ່ານ ສົດແກ້ວ ກອງພະຈັນ ຫົວໜ້າ ຂະແໜງຕິດຕາມ ກວດກາ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເປັນຫົວໜ້າ ຂະແໜງ ບໍລິຫານ ແລະການເງິນ.

2. ທ່ານ ສົມສັກ ໄຊຍະວົງ ຮອງຫົວໜ້າ ຂະແໜງກວດກາລັດ ເປັນຮອງຫົວໜ້າຂະແໜງ ບໍລິຫານ ແລະການເງິນ.

3. ທ່ານ ນາງ ຈັນແສງ ວັນນຸສັກ ວິຊາການເປັນຮອງຫົວໜ້າຂະແໜງ ບໍລິຫານ ແລະການເງິນ.

4. ທ່ານ ອານຸສິດ ສີປະເສີດ ຫົວໜ້າຂະແໜງ ຈັດຕັ້ງ-ພະນັກງານ ເປັນຫົວໜ້າຂະແໜງ ຕິດຕາມ ກວດກາ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ.

5. ທ່ານ ສີພອນ ສີລິປັນຍາ ຮອງຫົວໜ້າ ຂະແໜງຈັດຕັ້ງ-ພະນັກງານ ເປັນຫົວໜ້າຂະແໜງ ຈັດຕັ້ງ-ພະນັກງານ.

6. ທ່ານ ໄຊສົມພອນ ຈັນທະສົມບູນ ຮອງຫົວໜ້າ ຂະແໜງທີ່ດິນ ເປັນຫົວໜ້າ ຂະແໜງທີ່ດິນ.

7. ທ່ານ ບຸນແຍງ ລາດຊະວົງ ວິຊາການ ເປັນຮອງຫົວໜ້າ ຂະແໜງທີ່ດິນ.

8. ທ່ານ ສົມຈິດ ແກ້ວໄມຜິດ ວິຊາການ ເປັນຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະອຸຕຸນິຍົມ.

9. ທ່ານ ນາງ ຂັນທອງ ຂັນທະພອນ ວິຊາການ ເປັນຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະອຸຕຸນິຍົມ.

10. ທ່ານ ວົງເດືອນ ສົມມີສຸກ ຮອງຫົວໜ້າ ຂະແໜງ ບໍລິຫານ ແລະການເງິນ ເປັນຮອງຫົວໜ້າຂະແໜງ ສິ່ງແວດລ້ອມ.

11. ທ່ານ ສູນທອນ ວັນນະຈອມຈັນ ວິຊາການ ເປັນຮອງຫົວໜ້າ ຂະແໜງສິ່ງແວດລ້ອມ.

12. ທ່ານ ນາງ ສຸດທະລາ ໃຈຍະສັກ ວິຊາການ ເປັນຮອງຫົວໜ້າຂະແໜງ ກວດກາລັດ.

13. ທ່ານ ນາງ ແສງຈ້ອຍ ໄຊຍະທິ ວິຊາການ ເປັນຮອງຫົວໜ້າຂະແໜງ ແຜນການ-ສະຖິຕິ ແລະຂໍ້ມູນ-ຂ່າວສານ.

     ຈາກນັ້ນ ຄະນະຈັດຕັ້ງພິທີ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ບໍ່ແກ້ວ ສະບັບເລກທີ 294/ຈຂ.ບກ, ລົງວັນທີ 26 ມີນາ 2020 ວ່າດ້ວຍການຍ້ອງຍໍບຸກຄົນ, ກົມກອງ ແລະບ້ານທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍ່ຄືແຂວງ ບໍ່ແກ້ວ ປະຈໍາປີ 2019 ແລະຜ່ານຂໍ້ຕົກລົງ ຂອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ສະບັບເລກທີ 68/ພຊສຂ, ລົງວັນທີ 28 ພຶດສະພາ 2020 ວ່າດ້ວຍການຍ້ອງຍໍຜົນງານ ປະຈໍາປີ 2019.

    ໃນໂອກາດນີ້ ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ສະແດງຄວາມຊົມເຊີຍ ຍ້ອງຍໍ ພະນັກງານ-ລັດຖະກອນ ພ້ອມທັງຮຽກຮ້ອງ ໃຫ້ ບັນດາທ່ານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ປະຕິ ບັດໜ້າທີ່ ວຽກງານ, ສືບຕໍ່ປະຕິບັດໜ້າທີ່ການເມືອງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ຕາມທີ່ຂັ້ນ ເທິງກໍຄືການຈັດຕັ້ງ ມອບໝາຍໃຫ້ໄດ້ຮັບຜົນດີ ແລະ ໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.