ໃນ​ຕອນ​ເຊົ້າຂອງວັນ​ທີ 16 ມີ​ນາ 2020 ທາງກົມ​ແຜນ​ການ ແລະ ການ​ຮ່ວ​ມ​ມື ກ​ຊ​ສ ສົມ​ທົບ​ກັບ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມແຂວງບໍ່ແກ້ວ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືແລກ​ປ່ຽນ​ບົດ​ຮຽນ ກ່ຽວ​ກັບ ວ​ຽກ​ງານ​ແຜນ​ການ ແລະ ວຽກ​ງານ​ຮ່ວມ​ມື ຢູ່​ທີ່​ຫ້ອງ​ປະ​ຊຸມ​ຂອງ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ບໍ່ແກ້ວ ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານ​ໂດຍ ທ່ານ ຄຳພູວົງ  ອິນສີຊຽງໃໝ່ ຮອງຫົວ​ໜ້າພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມແຂວງ​ບໍ່ແກ້ວ, ມີ​ທີມ​ງານ​​ມາຈາກ​ກະ​ຊວງ ,ມີຫົວໜ້າຂະແໜງ,ຮອງຂະແໜງພ້ອມ​ດ້ວຍ​ພະ​ນັກ​ງານ​ວິຊາການທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ທັງ​ໝົດ 18 ຄົນ, ຍິງ 3 ຄົນ.

     ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ ແມ່ນ​ເພື່ອ​ຕິດ​ຕາມ ແລະ ​ຊຸກ​ຍູ້ ໃນ​ການ​ສ້າງ​ແຜນ 5 ປີ 2021-2025 ຂອງ​ຂະ​ແໜງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ ຄັ້ງ​ທີ IX (2021-2025) ທີ່​ຕິດ​ພັນ​ກັບຂະ​ແໜງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ; ວຽກ​ງານ​ຮ່ວມ​ມື ພາກ​ພື້ນ, ສາ​ກົນ ແລະ ສົນ​ທິ​ສັນ​ຍາ ພາຍ​ໃນຂະ​ແໜງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໃນ​ຕໍ່​ໜ້າ ແລະ ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຍ່ອຍ ທີ່​ໄດ້​ຮັບ​ທຶນ​ຈາກ ທະ​ນາ​ຄານ​ໂລກ ໂດຍ​ຜ່ານກອງ​ທຶນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ (ໂຄງ​ການ Lens II). ແລະ ປຶກສາຫາລື ຖອດຖອນບົດຮຽນ ຮ່ວມກັນ ໃນວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

    ໃນຕອນທ້າຍກອງປະຊຸມ ປະທານກອງປະຊູມ ໄດ້ເນັ້ນໜັກໃຫ້ແຕ່ລະຂະແໜງການ ເອົາໃຈໃສ່ໃນການປັບປຸງ ດັດແກ້ຂໍ້ມູນທີ່ຕິດພັນກັບ ຂະແໜງການຂອງຕົນໃຫ້ແທດເໝາະກັບແຜນຍຸດທະສາດຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເວົ້າລວມ ເວົ້າສະເພາະ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງວາງອອກ ໃຫ້ປະກົດຜົນເປັນຈິງ ກ່ຽວກັບວຽກງານການຮ່ວມມືກັບພາກພື້ນ ແລະ ສາກົນ ແມ່ນໃຫ້ແຕ່ລະພາກສ່ວນຂື້ນແຜນຄວາມຕ້ອງການທີ່ຍາກຈະຮ່ວມມື ເພື່ຶອຍາດແຍ່ງເອົາການຊ່ວຍເຫຼືອນໍາບັນດາປະເທດ ທີ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ(MOU) ນຳ ແລະ ການຈັດຕັ້ງປະຕິບັດໂຄງການ Lens II ແມ່ນໃຫ້ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້.