ກອງປະຊຸມໃຫຍ່ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍ ຂອງວັນທີ13 ກຸມພາ 2020 ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 07 ສະຫາຍ. ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 38 ສະຫາຍ, ແຂກຖືກເຊີນ 34 ສະຫາຍ, ບັນດາສະຫາຍເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ ແລະ ຜູ້ແທນກອງປະຊຸມໃຫຍ່ໄດ້ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າເຂົ້າໃນການ ປະກອບຄຳຄິດຄຳເຫັນ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຕາມຈຸດປະສົງທີ່ ວາງໄວ້.

          ໃນກອງປະຊຸມໃຫຍ່ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ຄັ້ງທີ I ໄດ້ປະຊາມະຕິເປັນເອກະສັນກັນ ຮັບຮອງເອົາບັນດາ ເນື້ອໃນທີ່ສຳຄັນ ດັ່ງລຸ່ມນີ້:

  1. ເພີ່ມທະວີຄວາມສາມັກເປັນເອກະພາບໃນທົ່ວຄະນະພັກ ຮັບປະກັນໃຫ້ພາຍໃນມີຄວາມສະຫງົບທາງດ້ານແນວຄິດເຊື່ອໝັ້ນຕໍ່ອຸດົມການ, ຕໍ່ແນວທາງແຜນນະໂຍບາຍ ແລະ ບົດບາດການນຳພາຂອງພັກ, ຮັບປະກັນຄວາມເປັນເອກະພາບສູງ ແລະ ຄວາມໜັກແໜ້ນທາງດ້ານການເມືອງ-ແນວນຄິດໃນຖັນແຖວພະນັກງານ, ສະມາຊິກພັກ, ເຮັດບົດບາດເປັນຄັນທຸງເຕົ້ມໂຮມຄວາມສາມັກຄີ, ເຮັດສຳເລັດໜ້າທີ່ການເມືອງຢ່າງມີຄຸນນະພາບ ແລະ ມີປະສິດທິຜົນສູງ.
  2. ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງທາງດ້ານຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ແບບແຜນນຳພາໃຫ້ມີປະສິດທິພາບສູງ.
  3. ສືບ​ຕໍ່ຊີ້​ນຳ-ນຳ​ພາ ການຂຶ້ນທະບຽນ, ອອກໃບຕາດິນໃນທົ່ວແຂວງໃຫ້ໄດ້ 16.500 ຕອນ, ຂຶ້ນສຳມະໂນທີ່ດິນໃຫ້ໄດ້ 19.000 ຕອນ, ສືບຕໍ່ຈັດສັນການນຳໃຊ້ທີ່ດິນ 08 ປະເພດ ຂັ້ນບ້ານ-ກຸ່ມບ້ານ ແບບມີສ່ວນຮ່ວມ ຢູ່ໃນ​ເມືອງປາກທາ ທີ່ຍັງເຫຼືອຈຳນວນ 13 ບ້ານ ແລະ ເມືອງ​ຕົ້ນ​ເຜິ້ງ ຈຳ​ນວນ 34 ບ້ານ, ສ້າງແຜນຄຸ້ມຄອງທີ່ດິນແບບຮອບ ດ້ານໃນທົ່ວແຂວງໃຫ້ສຳ​ເລັດ​ຕາມ​ແຜນ​ການ.
  4. ສືບຕໍ່ລົງເກັບກໍາຂໍ້ມູນແມ່ນໍ້າສາຂາ, ແມ່ນ້ຳຍ່ອຍຢູ່ບັນດາເມືອງພາຍໃນແຂວງສ້າງເປັນຂໍ້ມູນໃນການຄຸ້ມຄອງຊັບພະຍາກອນນ້ຳ ເພື່ອ​ສະ​ດວກ​ໃນ​ການ​ຕິດ​ຕາມກວດ​ກາ​ຢ່າງ​ເປັນ​ລະ​ບົບ.
  5. ສືບຕໍ່ລົງສໍາຫຼວດ, ກວດກາເກັບຕົວຢ່າງຄຸນນະພາບນໍ້າເປັນຕົ້ນແມ່ນແມ່ນໍ້າຫຼັກ, ແມ່ນໍ້າສາຂາຢູ່ 5 ເມືອງເຂດເປົ້າ ໝາຍ.
  6. ສືບ​ຕໍ່​ເອົາ​ໃຈ​ໃສ່ຊຸກຍູ້ບັນດາໂຄງການລົງທຶນພາກ​ເອ​ກະ​ຊົນ​ພາຍ​ໃນ ແລະ ຕ່າງ​ປະ​ເທດໃຫ້ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ​ເປັນ​ຕົ້ນ: ການສ້າງແຜນຄຸ້ມຄອງ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ໃຫ້​ລະ​ອຽດ ແລະ ໃຫ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແຜນ.
  7. ສືບ​ຕໍ່ລົງ​ຕິດ​ຕາມ, ກວດກາ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ-ສັງຄົມຈາກໂຄງ ການລົງທຶນ ແລະ ກິດຈະການທີ່ມີຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ.ຫລັງຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະພັກຮາກຖານ/ຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 7 ສະຫາຍ, ແລະ ເລືອກໄດ້ 5 ສະຫາຍ ຄື:
  1. ສະຫາຍ ຄໍາໝັ້ນ ຈັນທະລິດ
  2. ສະຫາຍ ຄໍາພູວົງ ອິນສີຊຽງໃໝ່
  3. ສະຫາຍ ແກ່ນຈັນ ທໍາມະແສງ
  4. ສະຫາຍ ວົງລັກ ພອນຈະເລີນ
  5. ສະຫາຍ ໄຊສົມພອນ ຈັນທະສົມບູນກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆບໍ່ແກ້ວ ເຊິ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນໍາ-ນໍາພາພະນັກງານ-ລັດຖະກອນ, ສະມາຊິກພັກ, ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມ ເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງຫຼາຍດ້ານດັ່ງນີ້:
  1. ການສຶກສາອົບຮົມການເມືອງ-ແນວຄິດ ຍັງບໍ່ທັນດໍາເນີນຢ່າງຕໍ່ເນື່ືອງ, ບໍ່ທັນມີຫຼາຍຮູບຫຼາຍສີ ເຮັດໃຫ້ຄວາມຮັບຮູ້, ຄວາມເຂົ້າໃຈ ຂອງສະມາຊິກພັກຈໍານວນໜຶ່ງ ຍັງບໍ່ທັນເລີກເຊິ່ງເຖິງຖອງ, ຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ຫົວຄິປະດິດສ້າງຕໍ່ໜ້າທີ່ວຽກງານ ຍັງບໍ່ທັນສູງ.
  2. ການປັບປຸງກໍ່ສ້າງພັກ ຍັງບໍ່ທັນຮັບປະກັນດ້ານຄຸນນະພາບ, ການປະຕິບັດຫຼັກການລວມສູນປະຊາທິປະໄຕພາຍໃນພັກ ຍັງບໍ່ທນໄດ້ດີ, ການປະຕິບັດລະບອບຕໍານິຕິຊົມຕົນເອງ, ຕໍານິຕິຊົມເຊິ່ງກັນ ແລະ ກັນ ຍັງບໍ່ທັນແຂງແຮງ, ພະນັກງານສະມາຊິກພັກຈໍານວນໜຶ່ງ ຍັງຂາດຄວາມເປັນແບບຢ່າງນໍາໜ້າ, ການກວດກາ, ການຄຸ້ມຄອງປ້ອງກັນພັກ ຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ປັບປຸງຄືນ.
  3. ການບໍາລຸງສ້າງພະນັກງານ ເຖິ່ງວ່າໄດ້ຖືເປັນບັນຫາສໍາຄັນ ແຕ່ເຫັນວ່າຄຸນນະພາບການກໍ່ສ້າງພະນັກງານ ຍັງບໍ່ທັນສູງເມືອທຽບໃສ່ຄວາມຮຽກຮ້ອງຕ້ອງການ, ເນື້ອໃນການກໍ່ສ້າງ ແລະ ບໍາລຸງພະນັກງານມີບາງອັນບໍ່ທັນສອດຄອງ ແລະຕິດພັນກັບໂຕຈິ່ງຂອງໜ້າທີ່ວຽກງານ.

ພ້ອມນັ້ນ ສະຫາຍຍັງຮຽກຮ້ອງໃຫ້ຄະນະພັກຮາກຖານພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ:

  1. ຖືເອົາວຽກງານການເມືອງແນວຄິດເປັນປັນຫາກົກ ໃນການສຶກສາອົບຮົມໃຫ້ພະນັກງານສະມາຊິກພັກຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລີກເຊິງ ໂດຍການຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສໍາເລັດ.
  2. ຕ້ອງຕັ້ງໜ້າເສີມຂະຫຍາຍ ແບບແຜນນໍາພາ ແລະ ການເຄືອນໄຫວໂດຍອີງໃສຈຸດພິເສດເງືອນໄຂສະເພາະຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ການຊີ້ນໍາ-ນໍາພາ ຂອງຄະນະພັກຕ້ອງຕິດພັນຢ່າງສະນິດແໜ້ນກັບບັນດາໜ່ວຍພັກ, ສະມາຊິກພັກເປັນປົກກະຕິ.
  3. ເອົາໃຈໃສປັບປຸງຂະຫຍາຍພັກ, ກໍ່ສ້າງພັກໃຫ້ຖຶກຕ້ອງຕາມກົດລະບຽບຂອງພັກ ໂດຍຖຶເອົາຄຸນນະພາບເປັນກົກ, ກໍ່ສ້າງ ແລະ ປັບປຸງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢ່າງຮອບດ້ານ. ຕ້ອງສ້າງພັກໃຫ້ຖຶກຕ້ອງຕາມ 5 ຫຼັກການ 3 ທິດນໍາ ຕາມກົດລະບຽບພັກ. ເອົາໃຈໃສສ້າງໜ່ວຍພັກ ໃຫ້ກ່າຍເປັນໜ່ວຍພັກ, ຄະນະພັກຮາກຖານປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສະມາຊິກພັກຕ້ອງເປັນແບບຢ່າງນໍາໜ້າໃນທຸກວຽກງານຢ່າງແທ້ຈິງ ຕ້ອງເອົາໃຈໃສໃນການຕິດຕາມໃກ້ສິດຕິດແທດ ມີຄວາມເປັນຫວງເປັນໄຍ ແລະ ກໍາ ແໜ້ນຄວາມມຸ້ງມາດປາດຖະ ໜາ ແລະ ເຄືອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນຂອງຕົນເປັນປົກກະຕິ. ຊຸກຍູ້ບັນດາອົງການຈັດຕັ້ງມະຫາຊົນໃຫ້ມີການເຄືອນໄຫວຢ່າງຕັ້ງໜ້າ ເອົາໃຈໃສປັບປຸງປັບປຸງແບບແຜນວິທີເຮັດວຽກງານຂອງຕົນ.ເອົາໃຈໃສຂອດການສ້າງແຜນການການເຄືອນໄຫວຕາມແຜນ ການເຮັດວຽກ ຕ້ອງມີຈຸດສຸມຈຸດໃຈກາງ ແລະ ຄາດໝາຍສູ້ຊົນລະອຽດຈະແຈ້ງ ມີການປະສານງານ, ປະສານສົມທົບກັບພາກສ່ວນທີ່ກຽ່ວຂ້ອງສາຍຕັ້ງ, ສາຍຂວາງໃຫ້ສອດຄອງ ແລະ ກົມກຽ່ວກັນເປັນຢ່າງດີ.
  4. ດ້ານວຽກງານວິຊາສະເພາະ ພວກສະຫາຍຕ້ອງໄດ້ເພີ້ມທະວີການຄົ້ນຄ້ວາ, ວິໃຈ ແລະ ໄຈ້ແຍກໃຫ້ລະອຽດຖີ່ຖ້ວນ, ຈະແຈ້ງ ເປັນຕົ້ນ ວຽກງານທີ່ດິນ ຫ່າງສຽງຂອງສັງຄົມຈົມວ່າ ພວກເຮົາຕ້ອງໄດ້ເກັບກໍາຂໍ້ມູນໃຫ້ເຊັດເຈນຄົບຖ້ວນ ຈິ່ງຈະອອກໃບຕາດິນໃຫ້ເຂົົາເຈົ້າໄດ້ ຫຼີ້ກເວັນການອອກໃບຕາດິນຊໍາຊ້ອນກັນຫຼືໃບດຽວມີສອງສິດນໍາໃຊ້, ອິກບັນຫາໜຶ່ງ ວຽກງານສິ່ງແວດລ້ອມ ກໍ່ເປັນວຽກໜຶ່ງທີ່ເປັນສິ່ງທ້າທາຍ ແລະ ສົ່ງຜົນສະທ້ອນໂດຍກົງຕໍ່ກັບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ເປັນຕັົ້ນ ການນໍາໃຊ້ສານເຄມີນັບມື້ນັບຫຼາຍ ພວກຕ້ອງໄດ້ເອົາໃຈໃສຄຸ້ມຄອງໃຫ້ມີຄວາມຮັດກຸມ ແລະ ເຂັ້ມງວດ, ເອົາໃຈໃສເຝົ້າລະວັງຕິດຕາມສະພາບດິນຟ້າອາກາດ ແລະ ການແຈ້ງເຕືອນໄພທໍາມະຊາດທີອາດຈະເກີດຂື້ນໃຫ້ທັນກັບສະພາບ, ພ້ອມທັງເປັນເຈົ້າການສົມທົບກັບພາກສ່ວນທີກຽ່ວຂ້ອງ ແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບວຽກງານວິຊາສະເພາະຂອງຕົນ.
  5. ຄະນະພັກ-ຄະນະນໍາ ຕ້ອງເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ມີຄວາມເປັນເອກະພາບ ມີຄວາມເປັນປຶກແຜນ ຮັກສາໄດ້ມູນເຊື້ອຄວາມສາມັກຄີ ສາມາດໃຫ້ກ່າຍເປັນກໍາລັງແຮງໃນການເຂົ້າຮ່ວມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ Iໃຫ້ມີຜົນສໍາເລັດຕາມແຜນການ.

     ໃນຕອນທ້າຍກອງປະຊຸມປະທານກອງປະຊຸມໄດ້ໃຫ້ທິດຊີ້ນໍາບັນດາສະມາຊິກພັກ ຈົ່ງໄດ້ເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນເຮັດໃຫ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.