Print

      ໃນວັນທີ 09 ທັນວາ 2020 ເວລາ 8:00 ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມ ດໍາເນີນຊິວິດການເມືອງ ປະຈໍາປີ 2020 ຂອງໜ່ວຍພັກ ທີ່ດິນ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາ ຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ; ສະຫາຍ ແກ່ນຈັນ ທໍາມະແສງ ເລຂາ ໜ່ວຍພັກ ທີ່ດິນ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ.

    ໃນພິທີ ຄະນະຈັດຕັ້ງພິທີໄດ້ຂື້ນກ່າວຈຸດປະສົງໃນການເປີດກອງປະຊຸມດໍາເນີນຊີວິດການເມືອງ ຂອງໜ່ວຍພັກ ແລະຜ່ານມະຕິຕົກລົງຂອງຄະນະພັກຮາກຖານວ່າດ້ວຍການອະນຸມັດໃຫ້ໜ່ວຍພັກທີ່ດິນເປີດກອງປະຊຸມດຳເນີນຊີວິດການເມືອງ.

   ຈາກນັ້ນ ສະຫາຍ ແກ່ນຈັນ ທໍາມະແສງ ເລຂາ ໜ່ວຍພັກທີ່ດິນ ໄດ້ຂື້ນກ່າວເປີດກອງປະຊຸມດໍາເນີນຊີວິດການເມືອງຕີລາຄາຈັດແບ່ງປະເພດໜ່ວຍພັກ ແລະສະມາຊິກພັກ ປະຈໍາປີ 2020 ແລະ ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງໜ່ວຍພັກທີ່ດິນ ໄດ້ໄຂຂຶ້ນດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນຕໍ່ຜົນສໍາເລັດອັນສໍາຄັນທີ່ພົ້ນເດັ່ນໃນຫຼາຍດ້ານນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I ມາຮອດປັດຈຸບັນເປັນຕົ້ນແມ່ນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາແຂວງບໍ່ແກ້ວ ເວົ້າລວມ ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງກໍ່ຄືຂອງໜ່ວຍພັກສິ່ງແວດລ້ອມ ພວກເຮົາທີ່ໄດ້ປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມ ເພື່ອກໍ່ສ້າງຊັບພະຍາກອນມະນຸດທາງດ້ານການເມືອງ-ແນວຄິດໃຫ້ໜັກແໜ້ນເຂັ້ມແຂງ ແລະຂະຫຍາຍຕົວຕາມທິດທີ່ພັກໄດ້ກໍານົດ,ຖັນແຖວສະມາຊິກພັກ-ພະນັກງານ ໄດ້ຮັບການບໍາລຸງກໍ່ສ້າງໃນຂະບວນການວຽກງານ ແລະພຶດຕິກໍາຕົວຈິງ;ໃນຂະບວນການອັນມີຄວາມໝາຍສໍາຄັນນີ້,ຄະນະພັກ,ສະມາຊິກພັກ,ພະນັກງານ-ລັດຖະກອນຂໍສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງຜູ້ນໍາພັກ-ລັດ ໂດຍສະເພາະແມ່ນ ອາດີດທ່ານປະທານໄກສອນພົມວິຫານ ແລະ ຜູ້ນໍາອາວຸດໂສຜູ້ອື່ນໆທີ່ໄດ້ນໍາພາຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນານໍາເອົາຄວາມຈະເລີນຮຸ່ງເຮືອງຄວາມຜາສຸກ,ຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດມາໃຫ້ປະຊາຊົນບັນດາເຜົ່າຂອງພວກເຮົາ.

  ກອງປະຊຸມດໍາເນີນຊີວິດການເມືອງ ປະຈໍາປີຄັ້ງນີ້ສຸດທີ່ມີຄວາມໝາຍຢ່າງຍິ່ງຊື່ງພວກເຮົາຈະໄດ້ພ້ອມກັນຕີລາຄາຄືນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກໃນໄລຍະຜ່ານມາພ້ອມນີ້ພວກເຮົາກໍຈະໄດ້ຄົ້ນຄວ້າແລະຮັບຮອງເອົາບັນດາເນື້ອໃນ ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາ ປະຈໍາປີ 2020 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກທີ່ດິນມີດັ່ງນີ້:

ໜື່ງ: ຈະໄດ້ສັງເກດຕີລາຄາຄືນຢ່າງຮອບດ້ານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດຕະຫຼອດໄລຍະໜຶ່ງປີຜ່ານມາຊື່ງມີດ້ານດີ-ຜົນສໍາເລັດ,ດ້ານອ່ອນ-ຂໍ້ຄົງຄ້າງທີ່ຈະພ້ອມກັນແກ້ໄຂໃນຕໍ່ໜ້າ.

ສອງ: ກອງປະຊຸມຈະໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາ ປະຈໍາປີ2020 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021; ພ້ອມກັນນັ້ນກໍຈະໄດ້ຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ໃຫ້ປະກົດຜົນເປັນຈິງ.

ສາມ: ກອງປະຊຸມຈະໄດ້ຕີລາຄາຈັດແບ່ງປະເພດໜ່ວຍພັກ ແລະ ສະມາຊິກພັກ ແຕ່ລະສຫາຍພາຍໃນໜ່ວຍ ປະຈໍາປີ 2020 ໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍ.

ສີ່: ກອງປະຊຸມກໍຈະໄດ້ວາງທິດທາງແຜນການສູ້ຊົນໃນຕໍ່ໜ້າເພື່ອແນໃສ່ການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກກໍຄືໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດກໍ່ຄືແຂວງບໍ່ແກ້ວໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ.

   ໃນຕອນທ້າຍ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ ເລຂາ ຄະນະພັກຮາກຖານ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ດັ່ງນີ້:

1. ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ ຕ້ອງຍົກສູງວຽກງານການສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານກົກ ແລະ ສອດຫ້ອຍໄປກັບວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມບຸກບື່ນຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະ, ສັດຊື່ບໍລິສຸດ, ມີຄວາມເສຍສະລະ ແລະ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນໃນທຸກດ້ານ.

2. ປັບປຸງແບບແຜນວິທີເຮັດວຽກໃຫ້ດີກວ່າເກົ່າ,ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ປະຕິບັດຕາມມະຕິຢ່າງເຂັ້ມງວດ, ເພື່ອພ້ອມກັນຮັບມືກັບໜ້າທີ່ວຽກງານອັນສໍາຄັນຂວາງໜ້າບັນດາສະຫາຍ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້ ແລະ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ.

3. ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນພັກໃຫ້ໜັກແໜ້ນເຂັ້ມແຂງ ແລະ ອີກບັນຫາໜຶ່ງທີ່ສໍາຄັນ ໂດຍອີງໃສ່ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກ ທີ່ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມານັ້ນ,ໃຫ້ບັນດາສະຫາຍໄດ້ເອົາເປັນຂໍ້ມູນແລະເປັນບ່ອນອີງເພື່ອວາງແຜນການຄາດໝາຍສູ້ຊົນຂອງໜ່ວຍພັກໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ໃນຕໍ່ໜ້າ.