Print

    ໃນວັນທີ 26 ພະຈິກ 2020 ເວລາ 8:00 ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມ ດໍາເນີນຊິວິດການເມືອງ ປະຈໍາປີ 2020 ຂອງໜ່ວຍພັກ ສິ່່ງແວດລ້ອມ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາ ຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ; ສະຫາຍ ຄໍາພູວົງ ອິນສີຊຽງໃໝ່ ເລຂາ ໜ່ວຍພັກ ສິ່ງແວດລ້ອມ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ.

  ໃນພິທີ ຄະນະຈັດຕັ້ງພິທີໄດ້ຂື້ນກ່າວຈຸດປະສົງໃນການເປີດກອງປະຊຸມດໍາເນີນຊີວິດການເມືອງ ຂອງໜ່ວຍພັກ.

  ຈາກນັ້ນ ສະຫາຍ ຄໍາພູວົງ ອິນສີຊຽງໃໝ່ ເລຂາ ໜ່ວຍພັກສິ່ງແວດລ້ອມ ໄດ້ຂື້ນກ່າວເປີດກອງປະຊຸມດໍາເນີນຊີວິດການເມືອງຕີລາຄາຈັດແບ່ງປະເພດໜ່ວຍພັກ ແລະສະມາຊິກພັກ ປະຈໍາປີ 2020 ແລະ ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງໜ່ວຍພັກສິ່ງແວດລ້ອມ ໄດ້ໄຂຂຶ້ນດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນຕໍ່ຜົນສໍາເລັດອັນສໍາຄັນທີ່ພົ້ນເດັ່ນໃນຫຼາຍດ້ານນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I ມາຮອດປັດຈຸບັນເປັນຕົ້ນແມ່ນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາແຂວງບໍ່ແກ້ວ ເວົ້າລວມ ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງກໍ່ຄືຂອງໜ່ວຍພັກສິ່ງແວດລ້ອມ ພວກເຮົາທີ່ໄດ້ປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມ ເພື່ອກໍ່ສ້າງຊັບພະຍາກອນມະນຸດທາງດ້ານການເມືອງ-ແນວຄິດໃຫ້ໜັກແໜ້ນເຂັ້ມແຂງ ແລະຂະຫຍາຍຕົວຕາມທິດທີ່ພັກໄດ້ກໍານົດ,ຖັນແຖວສະມາຊິກພັກ-ພະນັກງານໄດ້ຮັບການບໍາລຸງກໍ່ສ້າງໃນຂະບວນການວຽກງານ ແລະພຶດຕິກໍາຕົວຈິງ;ໃນຂະບວນການອັນມີຄວາມໝາຍສໍາຄັນນີ້,ຄະນະພັກ,ສະມາຊິກພັກ,ພະນັກງານ-ລັດຖະກອນຂໍສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງຜູ້ນໍາພັກ-ລັດ ໂດຍສະເພາະແມ່ນ ອາດີດທ່ານປະທານໄກສອນພົມວິຫານ ແລະ ຜູ້ນໍາອາວຸດໂສຜູ້ອື່ນໆທີ່ໄດ້ນໍາພາຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນານໍາເອົາຄວາມຈະເລີນຮຸ່ງເຮືອງຄວາມຜາສຸກ,ຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດມາໃຫ້ປະຊາຊົນບັນດາເຜົ່າຂອງພວກເຮົາ.

    ກອງປະຊຸມດໍາເນີນຊີວິດການເມືອງ ປະຈໍາປີຄັ້ງນີ້ສຸດທີ່ມີຄວາມໝາຍຢ່າງຍິ່ງຊື່ງພວກເຮົາຈະໄດ້ພ້ອມກັນຕີລາຄາຄືນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກໃນໄລຍະຜ່ານມາພ້ອມນີ້ພວກເຮົາກໍຈະໄດ້ຄົ້ນຄວ້າແລະຮັບຮອງເອົາບັນດາເນື້ອໃນ ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາ ປະຈໍາປີ 2020 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກສິ່ງແວດລ້ອມມີດັ່ງນີ້:

ໜື່ງ: ຈະໄດ້ສັງເກດຕີລາຄາຄືນຢ່າງຮອບດ້ານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດຕະຫຼອດໄລຍະໜຶ່ງປີຜ່ານມາຊື່ງມີດ້ານດີ-ຜົນສໍາເລັດ,ດ້ານອ່ອນ-ຂໍ້ຄົງຄ້າງທີ່ຈະພ້ອມກັນແກ້ໄຂໃນຕໍ່ໜ້າ.

ສອງ: ກອງປະຊຸມຈະໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາ ປະຈໍາປີ2020ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021; ພ້ອມກັນນັ້ນກໍຈະໄດ້ຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ໃຫ້ປະກົດຜົນເປັນຈິງ.

ສາມ: ກອງປະຊຸມຈະໄດ້ຕີລາຄາຈັດແບ່ງປະເພດໜ່ວຍພັກ ແລະ ສະມາຊິກພັກ ແຕ່ລະສຫາຍພາຍໃນໜ່ວຍ ປະຈໍາປີ 2020 ໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍ.

ສີ່: ກອງປະຊຸມກໍຈະໄດ້ວາງທິດທາງແຜນການສູ້ຊົນໃນຕໍ່ໜ້າເພື່ອແນໃສ່ການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກກໍຄືໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດກໍ່ຄືແຂວງບໍ່ແກ້ວໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ.

ຫ້າ: ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງຄະນະພັກຂັ້ນເທິງ ເຊີ່ງເປັນການຊີ້ທິດເຍືອງທາງໃນແນວທາງປະຕິບັດການເຄື່ອນໄຫວວຽກງານຮອບດ້ານໃນຊຸມປີຕໍ່ໜ້າ.ເພື່ອເຮັດໜ້າທີ່ສໍາຄັນໃນຄັ້ງນີ້ ແລະ ປະຕິບັດຕາມກົດລະບຽບຂອງພັກສະໄໝທີ XໃນໝວດທີVIມາດຕາ 32; ເພື່ອເຮັດໃຫ້ກອງປະຊຸມດໍາເນີນຊີວິດການເມືອງປະຈໍາປີ2020 ຂອງໜ່ວຍພັກສິ່ງແວດລ້ອມ ຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ແລະລະດັບຄາດໝາຍທີ່ໄດ້ວາງໄວ້. 

   ສະຫາຍ ແກ້ວອຸດົມ ພະຍາໄຊ ຮອງເລຂາໜ່ວຍພັກ ສິ່ງແວດລ້ອມ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາ ປະຈໍາປີ 2020 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ປະຈໍາປີ 2021 ດັ່ງນີ້:

 1. ສະພາບລວມ: ໜ່ວຍພັກສິ່ງແວດລ້ອມ​​ ໄດ້ຮັບສ້າງຕັ້ງຂຶ້ນ ໃນວັນທີ 11 ກຸມພາ 2020 ຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງບໍ່ແກ້ວ ສະບັບເລກທີ 178/ຄປພຂ.ບກ; ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີ​ການຈັດຕັ້ງເຄື່ອນໄຫວຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແບບແຜນວິທີການເຮັດວຽກຂອງຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂະຫຍາຍຕົວ.

 ໜ່ວຍພັກສິ່ງແວດລ້ອມປະກອບມີຄະນະໜ່ວຍພັກ 3 ສະຫາຍ; ມີສະມາຊິກພັກທັງໝົດ 11ສະຫາຍ, ຍິງ 0 ສະຫາຍ. ໃນນັ້ນມີສະມາຊິກພັກສົມບູນ11ສະຫາຍ, ຍິງ0ສະຫາຍ; ປະກອບມີ 4 ຊົນເຜົ່າ ເຊັ່ນ: ເຜົ່າລະເມດ 1 ສະຫາຍ; ເຜົ່າພວນ 1 ສະຫາຍ, ເຜົ່າລື້ 3 ສະຫາຍ, ເຜົ່າລາວ 6 ສະຫາຍ, ຍິງ 0 ສະຫາຍ.

2. ຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ຕາມ 05 ເນື້ອໃນ.

3. ສັງລວມການຕີລາຄາປະເມີນຜົນ ສະມາຊິກພັກ ແລະ ໜ່ວຍພັກ ສິ່ງແວດລ້ອມ.

4. ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021.

  ໃນຕອນທ້າຍ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ ເລຂາ ຄະນະພັກຮາກຖານ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ດັ່ງນີ້:

1. ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ ຕ້ອງຍົກສູງວຽກງານການສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານກົກ ແລະ ສອດຫ້ອຍໄປກັບວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມບຸກບື່ນຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະ, ສັດຊື່ບໍລິສຸດ, ມີຄວາມເສຍສະລະ ແລະ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນໃນທຸກດ້ານ.

2. ປັບປຸງແບບແຜນວິທີເຮັດວຽກໃຫ້ດີກວ່າເກົ່າ,ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ປະຕິບັດຕາມມະຕິຢ່າງເຂັ້ມງວດ, ເພື່ອພ້ອມກັນຮັບມືກັບໜ້າທີ່ວຽກງານອັນສໍາຄັນຂວາງໜ້າບັນດາສະຫາຍ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້ ແລະ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ.

3. ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນພັກໃຫ້ໜັກແໜ້ນເຂັ້ມແຂງ ແລະ ອີກບັນຫາໜຶ່ງທີ່ສໍາຄັນ ໂດຍອີງໃສ່ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກ ທີ່ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມານັ້ນ,ໃຫ້ບັນດາສະຫາຍໄດ້ເອົາເປັນຂໍ້ມູນແລະເປັນບ່ອນອີງເພື່ອວາງແຜນການຄາດໝາຍສູ້ຊົນຂອງໜ່ວຍພັກໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ໃນຕໍ່ໜ້າ.