ໃນຕອນເຊົ້າຂອງວັນທີ 16 ມີນາ 2020 ທາງກົມແຜນການ ແລະ ການຮ່ວມມື ກຊສ ສົມທົບກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ ວຽກງານແຜນການ ແລະ ວຽກງານຮ່ວມມື ຢູ່ທີ່ຫ້ອງປະຊຸມຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳພູວົງ ອິນສີຊຽງໃໝ່ ຮຶງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ, ມີທີມງານມາຈາກກະຊວງ ,ມີຫົວໜ້າຂະແໜງ,ຮອງຂະແໜງພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 18 ຄົນ, ຍິງ 3 ຄົນ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕິດຕາມ ແລະ ຊຸກຍູ້ ໃນການສ້າງແຜນ 5 ປີ 2021-2025 ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ທີ່ຕິດພັນກັບຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ນຳສະເໜີທິດທາງວຽກງານຮ່ວມມື ພາກພື້ນ, ສາກົນ ແລະ ສົນທິສັນຍາ ພາຍໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕໍ່ໜ້າ ແລະ ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ທີ່ໄດ້ຮັບທຶນຈາກ ທະນາຄານໂລກ ໂດຍຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມ (ໂຄງການ Lens II).