Print

     ວັນທີ 13 ກຸມພາ 2020 ໜ່ວຍພັກ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການ ສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ; ສະຫາຍ ຄໍາໝັ້ນ ຈັນທະລິດ ເລຂາໜ່ວຍພັກ ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ; ສະຫາຍ ເພັງສອນ ແກ້ວວິໄລ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ; ສະຫາຍ ຄອນສະຫວັນ ຊາພັກດີ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງບໍ່ແກ້ວ; ສະຫາຍ ນາງ ສົມປອງ ຈິດຕະພົງ ຫົວໜ້າສະຫະພັນແມ່ຍິງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ. ມີສະມາຊິກພັກສົມບູນເຂົ້າຮ່ວມ 38 ສະຫາຍ ຍິງ 7 ສະຫາຍ ແລະ ແຂກຖືກເຊີນ 34 ສະຫາຍ.

     ກອງປະຊຸມໃຫຍ່ຄັ້ງທີ IIຂອງໜ່ວຍພັກພະແນກຊັບພະຍາກອນທໍາມະຊາດ ແລະສີ່ງແວດລ້ອມແຂວງໄດ້ໄຂຂື້ນດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນຕໍ່ຜົນສໍາເລັດອັນສໍາຄັນທີ່ພົ້ນເດັ່ນໃນຫຼາຍດ້ານນັບແຕ່ກອງປະຊຸມໃຫຍ່ຄັ້ງທີ Iມາຮອດປັດຈຸບັນ ເປັນຕົ້ນແມ່ນ: ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ ເວົ້າລວມ ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ Vຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ Iຂອງໜ່ວຍພັກພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ໃນຖານະທີ່ເປັນໜ່ວຍພັກທີ່ເຄື່ອນໄຫວພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງໄດ້ປະກອບສ່ວນສ້າງສາພັດທະນາເສດຖະກິດສັງຄົມກໍ່ຄືການກໍ່ສ້າງຊັບພະຍາກອນມະ ນຸດທາງດ້ານແນວຄິດການເມືອງໃຫ້ໜັກແໜ້ນເຂັ້ມແຂງ ແລະ ຂະຫຍາຍຕົວຕາມທິດທີ່ພັກໄດ້ກໍານົດ,ຖັນແຖວສະມາຊິກພັກພະນັກງານໄດ້ຮັບການບໍາລຸງກໍ່ສ້າງໃນຂະບວນການວຽກງານ ແລະ ພຶດຕິກໍາຕົວຈິງ.

 ໃນກອງປະຊຸມໃຫຍ່ຄັ້ງນີ້ສຸດທີ່ມີຄວາມໝາຍຢ່າງຍີ່ງຊື່ງພວກເຮົາຈະໄດ້ພ້ອມກັນຕີລາຄາຄືນການນໍາພາຂອງພັກໃນໄລຍະຜ່ານມາພ້ອມນີ້ພວກເຮົາກໍຈະໄດ້ຄົ້ນຄ້ວາແລະ ຮັບຮອງເອົາບັນດາເນື້ອໃນລາຍງານການເມືອງທັງ 2 ພາກ ອັນເປັນຄວາມຮັບຜິດຊອບໃນການເຄື່ອນໄຫວນໍາພາຂອງໜ່ວຍພັກ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ຄື :

ໜື່ງ : ຈະໄດ້ພ້ອມກັນສັງເກດຕີລາຄາຄືນຢ່າງຮອບດ້ານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດຕະຫຼອດໄລຍະຜ່ານມາຊື່ງມີດ້ານດີຜົນສໍາເລັດ,ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະພ້ອມກັນແກ້ໄຂໃນຕໍ່ໜ້າ ພ້ອມກັນນັ້ນກອງປະຊຸມກໍຈະໄດ້ວາງທິດທາງແຜນການສູ້ຊົນໃນຕໍ່ໜ້າເພື່ອແນໃສ່ການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກກໍຄືໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດກໍ່ຄືແຂວງບໍ່ແກ້ວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ.

ສອງ : ກອງປະຊຸມຈະໄດ້ສໍາຫຼວດຄືນການຊີ້ນໍາ-ນໍາພາລວມຂອງຄະນະພັກ ພ້ອມກັນນັ້ນຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເອົາຄະນະພັກຊຸດໃໝ່ ເພື່ອນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IIໃຫ້ປະກົດຜົນເປັນຈິງ.

ສາມ : ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງຄະນະພັກຂັ້ນເທິງ ເຊີ່ງເປັນການຊີ້ທິດເຍືອງທາງໃນແນວທາງປະຕິບັດໃນການເຄື່ອນໄຫວວຽກງານຮອບດ້ານໃນຊຸມປີຕໍ່ໜ້າ.

   ກອງປະຊຸມໃຫຍ່ຄັ້ງທີ  II   ຂອງໜ່ວຍພັກພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງບໍ່ແກ້ວຂອງພວກເຮົາໄດ້ດໍາເນີນມາເປັນເວລາ 1 ຕອນພໍດີ ດ້ວຍບັນຍາກາດອັນຟົດຟື້ນໃນເວລາອັນສະຫງ່າລາສີທີ່ມີຄວາມໝາຍຄວາມສໍາຄັນນີ້ ກອງປະຊຸມພວກເຮົາໄດ້ມີຄວາມຮັບຜິດຊອບສູງໃນໜ້າທີ່ການເມືອງຂອງຕົນພ້ອມກັນຄົ້ນຄ້ວາແລະຮັບຮອງເອົາຢ່າງສົມບູນຕໍ່ບົດລາຍງານການເມືອງເປັນຕົ້ນແມ່ນການຕີລາຄາຜົນສໍາເລັດໃນການຊີ້ນໍາ-ນໍາພາຂອງໜ່ວຍພັກໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ພ້ອມນີ້ຜູ້ແທນກອງປະຊຸມຍັງໄດ້ເຮັດໜ້າທີ່ສຸດທີ່ມີຄວາມສໍາຄັນໃນການໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະພັກຊຸດໃໝ່ ຊຸດທີ II ເພື່ອສຶບຕໍ່ຮັບຜິດຊອບວຽກງານອັນສຸດແສນສໍາຄັນ ແລະມີກຽດສະຫງ່າໃນການຊີ້ນໍາ-ນໍາພາວຽກງານຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມໃຫ້ກ້າວເດີນໄປຢ່າງບໍ່ຢຸດຢັ້ງ.

   ໃນຕອນທ້າຍກອງປະຊຸມ ໄດ້ເປັນກຽດຢ່າງສູງທີ່ໄດ້ຮັບຟັງການໂອ້ລົມຂອງສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການ ສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ ທີ່ໄດ້ນໍາເອົາໄມຕີຈິດ,ມິິຕະພາບ ແລະ ຄວາມເປັນຫ່ວງເປັນໄຍຂອງຂັ້ນເທິງມາສູ່ກອງປະຊຸມຂອງໃຫຍ່ຂອງພວກເຮົາ ຄໍາເວົ້າຂອງທ່ານເຕັມໄປດ້ວຍເນື້ອໃນ ຄວາມໝາຍຄວາມທີ່ສໍາຄັນອັນເປັນແສງສະຫວ່າງເຍືອງທາງໃຫ້ແກ່ສະມາຊິກພັກ,ພະນັກງານ ລັດຖະກອນພວກເຮົາໃຫ້ກ້າວເດີນໄປຕາມອຸດົມການຂອງພັກ,ເພື່ອຍົກສູງບົດບາດ ແລະການພັດທະນາວຽກງານໃນຂົງເຂດຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງບໍ່ແກ້ວໃຫ້ເຕີບໃຫຍ່ ເຂັ້ມແຂງ ກ້າວຂື້ນຕາມແນວທາງນະໂຍບາຍຂອງພັກ-ລັດໃຫ້ປະກົດຜົນເປັນຈິງ.