ໃນຕອນເຊົ້າຂອງວັນທີ 19 ສິງຫາ 2021 ເວລາ 08:00 ໂມງ ຢູ່ທີ່ຫ້ອງປະຊຸມຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງຄຸ້ມຄອງ ຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດເປັນປະທານ ໂດຍທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ໃນກອງປະຊຸມໄດ້ຜ່ານເອກະສານທີ່ສໍາຄັນເປັນຕົ້ນແມ່ນ ເອກະສານສະບັບເລກທີ່ 032/ກມສພ, ລົງວັນທີ່ 03 ມັງກອນ 2018 ວ່າດ້ວຍການສ້າງແຜນນໍາພາ-ຄຸ້ມຄອງ, ເອກະສານສະບັບເລກທີ່ 030/ກມສພ, ລົງວັນທີ່ 03 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນໍາພາ-ຄຸ້ມຄ້ອງ ແລະ ຍັງໄດ້ຜ່ານຂໍ້ຕົກລົງສະບັບເລກທີ່ 700/ຈຂ-ບກ, ລົງວັນທີ່ 18 ສິງຫາ 2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຈາກ 8 ຂະແໜງການມາເປັນ 5 ຂະແໜງການ ພຊສຂ, ຂໍ້ຕົກລົງເລກທີ່ 701 /ຈຂ-ບກ, ລົງວັນທີ່ 18 ສິງຫາ 2021 ວ່າດ້ວຍການຊັບຊ້ອນຍົກຍ້າຍພາຍໃນ ພຊສຂ.