ໃນຕອນເຊົ້າຂອງວັນພຸດ ທີ 28 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ. ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຊຸດທີ II  ເຊິ່ງໃຊ້ເວລາໃນການຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ເລີ່ມແຕ່ວັນທີ 26-28 ກໍລະກົດ 2021, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ  ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີບັນດາເລຂາໜ່ວຍພັກ, ຕາງໜ້າ ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ, ພິທີດັ່ງກ່າວ ໄດ້ມອບໃບຢັ້ງຢືນໃຫ້ມະຫາຊົນກ້າວໜ້າ ຈໍານວນ 06 ສະຫາຍ, ຍິງ 1 ສະຫາຍ.

  ຄະນະຈັດຕັ້ງພິທີ ໄດ້ຂື້ນລາຍງານການຮຽນກົດລະບຽບ ແລະ ມອບໃບຢັ້ງຍືນການຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຊຸດທີ II ຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ.

 

   ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ  ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງກົດລະບຽບພັກປະຊາຊົນ ປະຕິວັດລາວ, ຕ້ອງຍຶດໝັ້ນລັດທິມາກ-ເລນິນ, ແນວຄິດຂອງ ປະທານ ໄກສອນ ພົມວິຫານ ພ້ອມນັ້ນຍັງເນັ້ນໜັກໃຫ້ມະຫາຊົນກ້າວໜ້າກໍາໄດ້ 5 ຫຼັກການ 3 ທິດນໍາ ຂອງພັກ ເອົາໃຈໃສ່ໃນການປະຕິບັດລະບຽບ, ກົດໝາຍ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ສໍາເລັດເປັນກ້າວໆ.