ໃນເວລາ 8:00 ໂມງ ຂອງວັນທີ 09 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມເປີດກວ້າງເພື່ອຄວາມເປັນເອກະພາບ ແລະສໍາມະນາກ່ຽວກັບຮ່າງຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແບບຮອບດ້ານ ຂອງແຂວງ ບໍ່ແກ້ວ ຮ່ວມກັບ ອົງການປົກຄອງ ແລະສະພາປະຊາຊົນແຂວງ. ໂດຍໃຫ້ກຽດເປັນປະທານ ກອງປະຊຸມ ປອ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ.
ໃນກອງປະຊຸມ ທ່ານ ຄໍາພູວົງ ອິນສີຊຽງໃໝ່ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໄດ້ສະເໜີຈຸດປະສົງໃນການເປີດກອງປະຊຸມໃນຄັ້ງນີ້: ຜ່ານແຜນຈັດສັນທີ່ດິນ ແລະຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຂອງແຂວງ ບໍ່ແກ້ວ ເຊິ່ງປະກອບດ້ວຍ 4 ພາກຄື:
ພາກທີ1: ສັງເກດຕີລາຄາສະພາບຈັດສັນທີ່ດິນແລະຄຸ້ມຄອງສີ່ງແວດລ້ອມແຂວງບໍ່ແກ້ວມີ2ຂໍ້້ໃຫຍ່ແລະ6ຂໍ້ນ້ອຍ.
ພາກທີ2:ວິໄສທັດ ແລະຍຸດທະສາດຂອງການຈັດສັນທີ່ດິນ ແລະຄຸ້ມຄອງສີ່ງແວດລ້ອມແບບຮອບດ້ານ ມີ 6ຂໍ້ໃຫຍ່ແລະ 6ຂໍ້ນ້ອຍ.
ພາກທີ3:ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານແຂວງ ບໍ່ແກ້ວມີ 3ຂໍ້ໃຫຍ່ 18ຂໍ້ນ້ອຍ.
ພາກທີ4:ມາດຕະການ ແລະ ການຈັດຕັ້ງປະຕິບັດລວມມີ2ຂໍ້ໃຫຍ່ 3ຂໍ້ນ້ອຍ.
ແຜນຈັດສັນທີ່ດິນ ແມ່ນການກໍານົດເຂດ, ກໍານົດປະເພດທີ່ດິນຢ່າງເປັນລະບົບເພື່ອຮັບປະກັນໃນການຄຸ້ມຄອງປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ທີ່ດິນ ໃຫ້ເກີດຜົນປະໂຫຍດສູງສຸດ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ແຜນຈັດສັນທີ່ດິນແບ່ງອອກເປັນ ສອງລະດັບ ຄື: ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນແມ່ບົດຈັດສັນທີ່ດິນຂັ້ນທ້ອງຖິ່ນ (ຂັ້ນແຂວງ), ສ່ວນຂັ້ນເມືອງ ແລະ ຂັ້ນບ້ານ ເອີ້ນວ່າ “ແຜນການນໍາໃຊ້ທີ່ດິນ’’.ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານສະບັບນີ້ ຈະເປັນເຄື່ອງມືທາງດ້ານນິຕິກຳທີ່ສຳຄັນ ທີ່ອຳນວຍຄວາມສະດວກໃຫ້ແກ່ການຕັດສິນໃຈໃນການພັດທະນາໃຫ້ໄວຂຶ້ນ ໂດຍສະເພາະການພິຈາລະນາປັດໃຈທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອກຳນົດແຜນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະສອດຄ່ອງກັບແຜນແມ່ບົດການຈັດສັນທີ່ດິນແຫ່ງ ຊາດ; ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມລະບຽບກົດໝາຍ, ນໍາໃຊ້ຊັບພະຍາກອນທີ່ມີ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ທ້ອງຖິ່ນ. ແຜນດັ່ງກ່າວນີ້, ເປັນແຜນມະຫາພາກຂັ້ນທ້ອງຖິ່ນ ຊຶ່ງໄດ້ກຳນົດວິໄສທັດ ແລະ ຍຸດທະສາດ ໃນການພັດທະນາພື້ນທີ່ ເປັນແຕ່ລະໄລຍະບົນພື້ນຖານທ່າແຮງທີ່ບົ່ມຊ້ອນຂອງບັນດາເມືອງ ໂດຍຜ່ານການປຶກສາຫາລື ແລະ ສັງລວມເອົາບັນດານະໂຍບາຍການພັດທະນາຂອງຂະແໜງການທີ່ກ່ຽວຂ້ອງກໍານົດເປັນເຂດພັດທະນາ ແລະ ສ້າງເປັນແຜນທີ່ນໍາໃຊ້ທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມຢ່າງຈະແຈ້ງ ເປັນຕົ້ນແມ່ນເຂດທີ່ຢູ່ອາໄສ, ເຂດກະສິກຳ, ເຂດອຸດສາຫະກຳ ແລະ ເຂດອຶ່ນໆ... ໂດຍໄດ້ກຳນົດຫຼັກການ ແລະ ມາດຕະການ ໃນການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ພ້ອມທັງມີມາດຕະການໃນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມຂອງແຕ່ລະຂົງເຂດວຽກງານ.