ກອງປະຊຸມ ບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ ຂອງໜ່ວຍພັກ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ ຄັ້ງວັນທີ 10-11ກຸມພາ 2020 , ໃນວັນວັນທີ 10 ກຸມພາ 2020 ໜ່ວຍພັກພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ ບັ້ນດໍາເນີນຊີວິດການເມືອງຂອງໜ່ວຍພັກຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆບໍ່ແກ້ວ ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ, ເລຂາໜ່ວຍພັກ ພະແນກ ຊສ ,ຫົວໜ້າພະແນກ ຊສແຂວງບໍ່ແກ້ວ. ມີສະມາຊິກພັກສົມບູນ, ສໍາຮອງ ເຂົ້າຮ່ວມ 43ສະຫາຍ ຍິງ 9ສະຫາຍ ແລະແຂກຖືກເຊີນ 5ສະຫາຍ ຍິງ2ສະຫາຍ.