ໃນວັນທີ 15 ທັນວາ 2020 ເວລາ 8:00 ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມ ດໍາເນີນຊິວິດການເມືອງ ປະຈໍາປີ 2020 ຂອງໜ່ວຍພັກ ບໍລິຫານ ແລະ ຈັດຕັ້ງ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາ ຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ; ສະຫາຍ ວົງລັກ ພອນຈະເລີນ ເລຂາ ໜ່ວຍພັກ ບໍລິຫານ ແລະ ຈັດຕັ້ງ,  ຫົວໜ້າ ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ.  

     ໃນພິທີ ຄະນະຈັດຕັ້ງພິທີໄດ້ຂື້ນກ່າວຈຸດປະສົງໃນການເປີດກອງປະຊຸມດໍາເນີນຊີວິດການເມືອງ ຂອງໜ່ວຍພັກ ແລະ ຜ່ານມະຕິຕົກລົງຂອງຄະນະພັກຮາກຖານວ່າດ້ວຍການອະນຸມັດໃຫ້ໜ່ວຍພັກ ບໍລິຫານ ແລະ ຈັດຕັ້ງ ເປີດກອງປະຊຸມດຳເນີນຊີວິດການເມືອງ.

      ໃນພິທີ ສະຫາຍ ວົງລັກ ພອນຈະເລີນ ໄດ້ຂື້ນກ່າວໄຂກອງປະຊຸມ ເຊິ່ງມີເນື້ອໃນບາງຕອນຄື: ໃນທາມກອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ເວົ້າລວມ, ໂດຍສະເພາະ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານ ພຊສ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງ ສູງ ທີໄດ້ຕາງຫນ້າໃຫ້ຄະນະຫນ່ວຍພັກ-ສະມາຊິກພັກ ບໍລິຫານ ແລະ ຈັດຕັ້ງ ຂຶ້ນມີຄວາມເຫັນກ່າວຕ້ອນຮັບ ບັນດາ ສະຫາຍ ເຂົ້າສູ່ກອງປະຊຸມດໍາເນີນຊີວິດການເມືອງຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ ປະຈໍາປີ 2020 ແລະ ຮັບຮອງແຜນກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ປະຈໍາປີ 2021 ຂອງຫນ່ວຍພັກບໍລິຫານ ແລະ ຈັດຕັ້ງຂອງພວກເຮົາ.

    ກອງປະຊຸມດໍາເນີນຊີວິດການເມືອງ ປະຈໍາປີຄັ້ງນີ້ສຸດທີ່ມີຄວາມໝາຍຢ່າງຍິ່ງຊື່ງພວກເຮົາຈະໄດ້ພ້ອມກັນຕີລາຄາຄືນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກໃນໄລຍະຜ່ານມາພ້ອມນີ້ພວກເຮົາກໍຈະໄດ້ຄົ້ນຄວ້າແລະຮັບຮອງເອົາບັນດາເນື້ອໃນ ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາ ປະຈໍາປີ 2020 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ບໍລິຫານ ແລະ ຈັດຕັ້ງ ມີດັ່ງນີ້:

ໜື່ງ: ຈະໄດ້ສັງເກດຕີລາຄາຄືນຢ່າງຮອບດ້ານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະໜຶ່ງປີຜ່ານມາຊື່ງມີດ້ານດີ-ຜົນສໍາເລັດ,ດ້ານອ່ອນ-ຂໍ້ຄົງຄ້າງທີ່ຈະພ້ອມກັນແກ້ໄຂໃນຕໍ່ໜ້າ.

ສອງ: ກອງປະຊຸມຈະໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາ ປະຈໍາປີ 2020 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021; ພ້ອມກັນນັ້ນກໍຈະໄດ້ຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ໃຫ້ປະກົດຜົນເປັນຈິງ.

ສາມ: ກອງປະຊຸມຈະໄດ້ຕີລາຄາຈັດແບ່ງປະເພດໜ່ວຍພັກ ແລະ ສະມາຊິກພັກ ແຕ່ລະສະຫາຍພາຍໃນໜ່ວຍ ປະຈໍາປີ 2020 ໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍ.

ສີ່: ກອງປະຊຸມກໍຈະໄດ້ວາງທິດທາງແຜນການສູ້ຊົນໃນຕໍ່ໜ້າເພື່ອແນໃສ່ການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກກໍຄືໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດກໍ່ຄືແຂວງບໍ່ແກ້ວໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ.

      ໃນຕອນທ້າຍ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ ເລຂາ ຄະນະພັກຮາກຖານ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ດັ່ງນີ້:

   ພວກເຮົາຕ້ອງເຂົ້າໃຈວ່າ: ພັກປະຊາຊົນປະຕິວັດລາວ ແມ່ນພັກກໍາອໍານາດ ນໍາພາທົ່ວສັງຄົມໃນການປົກປັກຮັກສາແລະພັດທະນາປະເທດຊາດຕາມຈຸດໝາຍສັງຄົມນິຍົມ. ເພື່ອຍົກສູງຄວາມສາມາດນໍາພາຂອງພັກ ໃນຊຸມປີຜ່ານມາ ພັກເຮົາໄດ້ວາງຍຸດທະສາດໃນການກໍ່ສ້າງ ແລະ ປັບປຸງຕົນເອງໃນຫຼາຍດ້ານ; ໃນນັ້ນຖືເອົາການກໍ່ສ້າງໜ່ວຍພັກປວດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນໃຈກາງ.

    ຜ່ານການຈັດຕັ້ງປະຕິບັດຜ່ານມາ ພັກເຮົາກໍສະຫຼຸບຜົນງານໄດ້ຢ່າງຫຼວງຫຼາຍໜ່ວຍພັກ ແລະ ສະມາຊິກພັກໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບ ໄປຄຽງຄູ່ກັນນັ້ນ ພັກເຮົາຍັງຊອກໄດ້ເຫັນຢ່າງຈະແຈ້ງວ່າໜ່ວຍພັກ ຈໍານວນບໍ່ໜ້ອຍຍັງອ່ອນ ແລະ ບໍ່ຮູ້ນໍາພາ, ຄວາມເຂົ້າໃຈຕໍ່ການກໍ່ສ້າງໜ່ວຍພັກ ຍັງບໍ່ທັນເປັນເອກະພາບ.

   ແຕ່ເຖິງແນວໃດກໍຕາມ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມແລະກໍາຈັດປັດເປົ່າບັນດາດ້ານອ່ອນ-ຂໍ້ຄົງຄ້າງ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທັງເປັນການຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍພັກ ບໍລິຫານ ແລະ ຈັດຕັ້ງໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ນັ້ນ ຂ້າພະເຈົ້າຂໍມີຄໍາເຫັນເນັ້ນໜັກຕື່ມບາງບັນຫາດັ່ງນີ້:

  1. ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະພັກ ຕ້ອງຍົກສູງວຽກງານການສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານກົກ ແລະ ສອດຫ້ອຍໄປກັບວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມບຸກບື່ນຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະ, ຊື່ສັດບໍລິສຸດ, ມີຄວາມເສຍສະລະ ແລະ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນໃນທຸກດ້ານ.
  2. ປັບປຸງແບບແຜນວິທີເຮັດວຽກໃຫ້ດີກວ່າເກົ່າ,ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ປະຕິບັດຕາມມະຕິຢ່າງເຂັ້ມງວດ, ເພື່ອພ້ອມກັນຮັບມືກັບທີ່ວຽກງານອັນສໍາຄັນຂວາງໜ້າບັນດາສະຫາຍ ເປັນຕົ້ນແມ່ນ: ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງບໍ່ແກ້ວໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ.
  3. ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນພັກໃຫ້ໜັກແໜ້ນ,ເຂັ້ມແຂງ ແລະ ອີກບັນຫາໜຶ່ງທີ່ສໍາຄັນ ໂດຍອີງໃສ່ການສະຫຼຸບສະພາບເຄື່ອນໄຫວຊີ້ນໍາ - ນໍາພາ ຂອງໜ່ວຍພັກ ທີ່ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມານັ້ນເຊິ່ງບັນດາສະຫາຍໄດ້ເອົາເປັນຂໍ້ມູນ ແລະ ເປັນບ່ອນອີງເພື່ອວາງແຜນການຄາດໝາຍສູ້ຊົນຂອງໜ່ວຍພັກໃນການສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

      ເຊິ່ງການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນນີ້ ເນື້ອໃນ, ຮູບການ ແລະ ວິທີການ ໂດຍພື້ນຖານກໍ່ຍັງແມ່ນຄ້າຍຄືກັນກັບການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ; ສ່ວນລາຍລະອຽດນັ້ນ ສະເໜີໃຫ້ຄະນະໜ່ວຍພັກເອົາໃຈໃສ່ຄົ້ນຄວ້າ: ເຊື່ອມຊຶມຄໍາສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ບົດແນະນໍາເລກທີ 291 ຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ທັງຮັບປະກັນດ້ານຄຸນນະພາບ.