ໃນວັນທີ 18 ທັນວາ 2020 ເວລາ 8:00 ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມ ດໍາເນີນຊິວິດການເມືອງ ປະຈໍາປີ 2020 ຂອງຄະນະພັກ ຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາ ຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

  ຄະນະຈັດຕັ້ງພິທີໄດ້ຂື້ນກ່າວຈຸດປະສົງ ໃນການເປີດກອງປະຊຸມດໍາເນີນຊີວິດການເມືອງ ຂອງຄະນະພັກ ຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ

   ຈາກນັ້ນ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂື້້ນກ່າວເປີດກອງປະຊຸມດໍາເນີນຊີວິດການເມືອງ ປະຈໍາປີ 2020 ຂອງຄະນະພັກ ຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ

     ສະຫາຍ ຄໍາໝັ້ນ ຈັນທະລິດ ໄດ້ກ່າວວ່າ: ພວກເຮົາຖືວ່າກອງປະຊຸມໃນມື້ນີ້ ເປັນການສໍາຫຼວດຕີລາຄາຄືນ ຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານ ໃນຫນຶ່ງປີຜ່ານມາ, ໂດຍສະເພາະແມ່ນການປະຕິບັດຫນ້າທີ່ການເມືອງ ແລະ ວິຊາສະເພາະຂອງແຕ່ລະສະຫາຍ ສະມາຊິກພັກ ທີ່ໄດ້ຮັບມອບຫມາຍ, ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ສູນກາງພັກ ກໍ່ຄືກອງປະຊຸມໃຫຍ່ອົງຄະນະພັກແຂວງວາງອອກ ເປັນຕົ້ນ: ທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນ ທໍາປະຕິວັດ; ທາງດ້ານແນວຄິດ; ທາງດ້ານສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນຂອງພັກ; ທາງດ້ານແບບແຜນການ ນໍາພາ ແລະ ວິທີເຮັດວຽກ; ທາງດ້ານຄວາມຮັບຜິດຊອບຫນ້າທີ່ການເມືອງ, ດ້ານອ່ອນ - ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ ຂອງບັນດາສະຫາຍຄະນະພັກຮາກຖານ; ເຊິ່ງມັນຈະເປັນຄາດຫມາຍບັນດາຫນ້າທີ່ຕ່າງໆ ທີ່ຄະນະພັກ, ບັນດາສະຫາຍ ສະມາຊິກພັກ ພວກເຮົາຈະຕ້ອງໄດ້ອອກແຮງຊີ້ນໍາ - ນໍາພາຈັດຕັ້ງປະຕິບັດໃນຕໍ່ຫນ້າ.

    ຂ້າພະເຈົ້າເຊື່ອຫມັ້ນວ່າ ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ຈະປະສົບຜົນສໍາເລັດ ແລະ ມີບັນຍາກາດອັນດີ ໃນການຜ່ານບົດສຳຫຼວດການນຳພາ ແລະ ການປະກອບຄວາມຄິດຄວາມເຫັນ ເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ພ້ອມກັນກ້າວຫນ້າ ເຮັດສໍາເລັດຫນ້າທີ່ ທີ່ໄດ້ຮັບມອບຫມາຍ.

     ຈາກນັ້ນ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂື້້ນຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:

I. ສະພາບລວມຂອງຄະນະພັກຮາກຖານ.

    ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ​​ເປັນຄະນະພັກຮາກຖານໜຶ່ງທີ່ຂຶ້ນກັບອົງຄະນະພັກແຂວງ ບໍ່ແກ້ວ; ໄດ້ຮັບສ້າງຕັ້ງຂຶ້ນໃນວັນທີ 11 ກຸມພາ 2020 ຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງບໍ່ແກ້ວ ສະບັບເລກທີ 177/ຄປພຂ.ບກ; ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະປະຈໍາພັກແຂວງ, ໄດ້ເຄື່ອນໄຫວຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະ ລະບຽບກົດໝາຍຕ່າງໆພ້ອມທັງປະຕິບັດຕາມແບບແຜນວິທີການເຮັດວຽກຂອງຄະນະພັກຮາກຖານ, ສະມາຊິກພັກ-ພະນັກງານ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂະຫຍາຍຕົວຂຶ້ນເທື່ອລະກ້າວ.

  • ດ້ານໂຄງປະກອບການຈັດຕັ້ງ: ມີຄະນະພັກຮາກຖານ05ສະຫາຍ, ປະກອບມີ 03 ໜ່ວຍພັກຂຶ້ນກັບ; ມີສະມາຊິພັກທັງໝົດ38 ສະຫາຍ, ຍິງ 08ສະຫາຍ, ໃນນັ້ນສະມາຊິພັກສົມບູນ 37 ສະຫາຍ, ຍິງ 7 ສະຫາຍ ແລະ ສະມາຊິພັກສໍາຮອງ01ສະຫາຍ (ຍິງ).
  • ດ້ານທິດສະດີການເມືອງ: ຈົບບໍາລຸງມີ 07ສະຫາຍ, ຍິງ 01 ສະຫາຍ; ຊັ້ນຕົ້ນ 04 ສະຫາຍ, ຍິງ 01 ສະຫາຍ; ຊັ້ນກາງ 02 ສະຫາຍ, ຊັ້ນສູງ 02 ສະຫາຍ, ປະລິນຍາຕີ 02 ສະຫາຍ.
  • ດ້ານຊົນເຜົ່າ: ເຜົ່າລາວ 26 ສະຫາຍ,ຍິງ 06ສະຫາຍ; ເຜົ່າລື້ 10 ສະຫາຍ, ຍິງ 02 ສະຫາຍ; ເຜົ່າພວນ01 ສະຫາຍ, ເຜົ່າລະເມດ 01 ສະຫາຍ.

II.ຕີລາຄາການຊີ້ນຳ-ນຳພາຂອງຄະນະ​ພັກຮາກຖານ

ກ.ດ້ານດີ ແລະຜົນງານ

1.ດ້ານຄຸນທາດການເມືອງ-ຄຸນສົມບັດ, ສິນທໍາປະຕິວັດ

ຕະຫຼອດ​ໄລຍະ​ຜ່ານ​ມາຄະນະ​ພັກຮາກຖານພຊສຮັກສາ​ໄດ້​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ ​ເປັນ​ຄັນ​ທຸງ​ນໍາ​ໜ້າ​ແກ່​ສະມາຊິກ​ພັກ, ພະນັກງານ-ລັດຖະກອນ. ​ເຕົ້າ​ໂຮມ​ໄດ້​ຄວາມ​ສາມັກຄີ​ພາຍ​ໃນ ແລະ ພາຍນອກ, ສ້າງໄດ້ຄວາມ​ເປັນ​ເອກະ​ພາບ​ກັນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ, ແຜນນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ ​ແລະສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ. ພ້ອມ​ກັນ​ນີ້, ກໍສາມາດ​ຈໍາ​ແນ​ກ​ໄດ້ກົນອຸບາຍ​ມ້າງ​ເພ​ຂອງ​ພວກ​ສັດຕູ ​ແລະກຸມ​ຄົນ​ບໍ່​ດີ​ທຸກ​ຮູບ​ແບບ.ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ຜົນ​ປະ​ໂຫຍ​ດລວມຂອງປະເທດຊາດ ແລະ ​ປະຊາຊົນ​ບັນດາ​ເຜົ່າ. ສະ​ນັ້ນ​, ຈຶ່ງ​ເຮັດ​ໃຫ້​ສະມາຊິກ​ພັກ-ພະນັກງານ ​ແລະປະຊາຊົນ​ບັນດາ​ເຜົ່າ​ໄວ້​ວາງ​ໃຈ ແລະ ມີ​ຄວາມ​ເຊື້ອ​ໝັ້ນ​ຕໍ່​ແນວທາງ​ຂອງ​ພັກ,ເວົ້າ​ລວມ​ເວົ້າ​ສະ​ເພາະຕໍ່​ການ​ນໍາພາ​ຂອງ​ຄະນະພັກຮາກຖານ ພຊສ.

2. ດ້ານ​ຄວາມ​ຮັບຜິດຊອບຕໍ່ໜ້າ​ທີ່​ການ​ເມືອງ:

ຄະນະ​ພັກຮາກຖານ ພຊສໄດ້ເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການຊີ້ນຳ-ນໍາພາຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ຄໍາແນະນໍາ, ກົດລະບຽບຂອງພັກ, ກົດໝາຍຂອງລັດແລະວຽກງານ​ວິຊາ​ສະ​ເພາະ​​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເປັນປະຈຳຕໍ່ເນື່ອງ ໂດຍນຳເອົາແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ ຂອງພັກມາຈັດຕັ້ງປະຕິບັດເຊື່ອມຊຶມ, ຖືເອົາວຽກງານນຳພາການເມືອງ-ແນວຄິດສອດຫ້ອຍໄປທຸກຂົງເຂດວຽກງານ, ຜ່ານການຈັດຕັ້ງປະຕິບັດໄດ້ຄືແນວນັ້ນ, ຈຶ່ງເຮັດໃຫ້ສະມາຊິກພັກ-ພະນັກງານສ່ວນຫຼາຍມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນດີ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີລະບຽບວິໃນດີ, ປົກປ້ອງແນວທາງ, ຮັກສາໄດ້ຄວາມສາມັກຄີເປັນເອກະພາບທີ່ເປັນມູນເຊື້ອອັນດີງາມຂອງພັກ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ, ເດັດດ່ຽວຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີທຸກຮູບແບບ.

3. ດ້ານການນໍາພາ​ວຽກງານ​ປ້ອງ​ກັນ​ຄວາມ​ສະຫງົບ.

ດ້ວຍຄວາມຮັບຜິດຊອບສູງຄະນະພັກຮາກຖານ ພຊສ ໄດ້ເອົາໃຈໃສ່ຕິດຕາມສະພາບພາຍໃນ-ພາຍນອກ, ໂດຍມີການແຕ່ງຕັ້ງຈັດແບ່ງກັນເປັນຈຸເປັນໜ່ວຍປ້ອງກັນເວນຍາມໃນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ພາຍໃນສໍານັກງານອົງການຂອງຕົນຕະຫຼອດ 24 ຊົ່ວໂມງ, ຜ່ານມາພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄດ້ມີຄວາມສະຫງົບປອດໄພ, ບໍ່ມີປະກົດການຂີ້ລັກງັດແງະເກີດຂຶ້ນ.ນອກຈາກການຕິດຕາມປ້ອງກັນພາຍໃນສຳນັກງານ-ອົງການຂອງຕົນແລ້ວ,ສະມາຊິກພັກ-ພະນັກງານພາຍໃນຫ້ອງການຍັງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຂັ້ນເທິງກໍ່ຄືຄະນະນຳຂອງຕົນໄດ້ເປັນຢ່າງດີ.

4. ການ​ນຳພາ​ດ້ານ​ວຽກງານ​ວິຊາ​ສະ​ເພາະ.

ຄະນະພັກຮາກຖານ ພຊສ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຂະແໜງການວຽກງານໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງຕົນຈັດ​ຕັ້ງ​ປະ​ຕິ​ບັດ​ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີຂອງພະແນກ;ຄົ້ນຄວ້າກົດລະບຽບຂອງພັກ ແລະ ກົດໝາຍຂອງລັດທີ່ຕິດພັນກັບໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຂະ​ແໜງການ ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ, ເຊິ່ງສະແດງອອກດ້ານຜົນງານຜົນສຳເລັດແຕ່ລະວຽກງານ.

5.ການຊີ້ນໍາ-ນໍາພາວຽກງານອົງການຈັດຕັ້ງມະຫາຊົນ.

ຄະນະພັກຮາກຖານ ພຊສ ໄດ້ຖືເອົາວຽກງານອົງການຈັດຕັ້ງມະຫາຊົນເປັນວຽກງານໜຶ່ງທີ່ສຳຄັນເປັນວຽກງານຍຸດທະສາດອັນຍາວນານເພື່ອສຶກສາອົບຮົມແລະກໍ່ສ້າງມະຫາຊົນໃຫ້ມີຄວາມຮູ້, ຄວາມສາມາດເປັນກໍາລັງ​ແຮງຂອງພັກ.ຕະຫຼອດໄລຍະ1 ປີຄະນະພັກຮາກຖານ ພຊສໄດ້ເອົາໃຈໃສ່ຊີ້ນຳອົງການຈັດຕັ້ງມະຫາຊົນເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງພ້ອມທັງເຄື່ອນໄຫວວຽກງານຕາມຄຳຂວັນຂອງຕົນຄື: ຊາວໜຸ່ມ 4 ບຸກ, ກໍາມະບານ 5 ເປັນເຈົ້າ,ແມ່ຍິງ 3 ດີ ແລະ ນໍາພາດໍາເນີນຊີວິດການເມືອງເປັນປົກກະຕິ, ສາມາດ​ເຮັດຫຼອນໜ້າທີ່ວຽກງານວິຊາສະເພາະຕາມການຈັດຕັ້ງມອບໝາຍໃຫ້ ​ແລະແຕ່ລະອົງການຈັດ​ຕັ້ງ​ມະຫາຊົນກໍ່ໄດ້ສ້າງ​​ຂະ​ບວນການອອກ​ແຮງ​ງານ​ອະນາ​ໄມ​ສຳນັກງານສະຖານທີ່ຕ່າງໆ ຕາມແຂວງມອບໃຫ້  ແລະເຂົ້າຮ່ວມຂະບວນການແຂ່ງຂັນຕ່າງໆ​ຢ່າງເປັນຂະບວນການຟົດຟື້ນ.

6.ການຊີ້ນໍາວຽກງານປັບປຸງລະບົບການຈັດຕັ້ງ, ການກໍ່ສ້າງພັກ-ພະນັກງານ ແລະວຽກງານຕິດຕາມກວດກາ

- ວຽກງານຈັດຕັ້ງ: ຄະນະພັກຮາກຖານ ພຊສ ໄດ້ຖືເປັນບັນຫາສໍາຄັນ ສໍາລັບການປັບປຸງກໍ່ສ້າງຕົນເອງທາງດ້ານການຈັດຕັ້ງ ແລະ ແບບແຜນນໍາພາ, ໂດຍຢຶດໝັ້ນໃນທັດສະນະຊົນຊັ້ນ ແລະ ບັນດາຫຼັກການພື້ນຖານແຫ່ງການກໍ່ສ້າງພັກເພື່ອຮັບປະກັນໃຫ້ພັກມີຄວາມປອດໃສ, ມີວິໄນເຂັ້ມງວດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍກໍາລັງແຮງສັງລວມເພື່ອຂັບເຄື່ອນວຽກງານໃຫ້ກ້າວໄປຂ້າງໜ້າ, ເຮັດໃຫ້ພາຍໃນພັກມີຄວາມສາມັກຄີເປັນເອກະພາບກັນສູງ, ໄດ້ຊີ້ນໍາ-ນໍາພາກົງຈັກການຈັດຕັ້ງວຽກລັດຂັ້ນຕ່າງໆ, ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາໃຫ້ຕິດແທດກັບວຽກງານຕົວຈິງຫຼາຍຂຶ້ນ.

- ວຽກງານ ກໍ່ສ້າງພັກ:ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອຍົກສູງຄຸນນະພາບການນຳພາຂອງພັກ, ຜ່ານການເຄື່ອນໄຫວວຽກງານຕົວຈິງເຫັນໄດ້ວ່າສະມາຊິກພັກມີສະຕິຕື່ນຕົວ, ສ້າງໄດ້ຄວາມເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ; ນຳພາການຮ່ວມຊີວິດການເມືອງ ແລະ ເສຍເງິນສະຕິພັກເປັນປົກກະຕິ; ນໍາສະເໜີຄະນະພັກຂັ້ນເທິງອະນຸມັດສະມາຊິກພັກສໍາຮອງເລື່ອນຂຶ້ນສົມບູນ 02 ສະຫາຍ, ມະຫາຊົນກ້າວໜ້າຂຶ້ນສໍາຮອງ01 ສະຫາຍ (ຍິງ);ຮຽນກົດລະບຽບພັກ 03 ສະຫາຍ, ຍິງ 01 ສະຫາຍ; ຮຽນສະໜັບສະໜູນ 06 ສະຫາຍ. ປະຈຸບັນສະມາຊິກພັກໄດ້ເພີ້ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ.ມີສະມາຊິກພັກທັງໝົດ38ສະຫາຍ, ຍິງ08ສະຫາຍ, ສໍາຮອງ 01 ສະຫາຍ (ຍິງ)ແລະ ໄດ້ຮັບບັດສະມາຊິກພັກ 32 ສະຫາຍ, ຍິງ 08ສະຫາຍ; ຍັງບໍ່ທັນໄດ້ບັດສະມາຊິກພັກ 06 ສະຫາຍ. ຄຽງຄູ່ກັນນີ້, ກໍ່ໄດ້ເອົາໃຈໃສ່ຕິດຕາມກວດກາສະມາຊິກພັກ, ນຳພາສະມາຊິກພັກດຳເນີນຊີວິດການເມືອງປະຈຳເດືອນ, ປະຈຳປີຕີລາຄາຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ. ສາມາດຕີລາຄາຈັດແບ່ງປະເພດໜ່ວຍພັກແຂງ 03 ໜ່ວຍ, ສະມາຊິກພັກແຂງ37 ສະຫາຍ, ຍິງ 07ສະຫາຍ; ປະເພດກາງ, ອ່ອນ ແລະ ເສຍທາດບໍ່ມີ. ໄດ້ນໍາພາເສຍເງິນສະຕິພັກເປັນປົກກະຕິໃນໄລຍະຜ່ານມາສາມາດເກັບເງິນສະຕິພັກໄດ້ທັງໝົດ2.280.000ກີບ. ໃນນັ້ນ,ໄດ້ສົ່ງໃຫ້ຄະນະພັກຂັ້ນເທິງ; ຈຳນວນ254.000ກີບແລະໝູນໃຊ້ເຂົ້າໃນກອງປະຊຸມຕ່າງໆຈໍານວນ 600.000 ກີບ; ປະຈຸບັນຄະນະພັກຮາກຖານ ມີເງິນໃນຄັງ ຈໍານວນ1.426.000ກີບ.

ວຽກງານພະນັກງານ:ຄະນະພັກຮາກຖານ ພຊສ ຖືສຳຄັນຕໍ່ວຽກງານດັ່ງກ່າວນີ້, ເພາະວ່າ:ພະນັກງານມີບົດບາດຕັດສິນຜົນໄດ້-ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງຂອງພັກ; ຜ່ານມາພະນັກງານແຕ່ລະຂະແໜງ ໄດ້ຮັບການຍົກລະດັບບຳລຸງກໍ່ສ້າງຫຼາຍລະດັບສົມຄູ່ກັບໜ້າທີ່ວຽກງານວິຊາສະເພາະຂອງເຂົາເຈົ້າ, ຈຶ່ງເຮັດໃຫ້ພະນັກງານເພີ້ມຂຶ້ນທາງດ້ານປະລິມານ ແລະຄຸນນະພາບ. ໄດ້ສົ່ງພະນັກງານ-ລັດຖະກອນໄປຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງຢູ່ພາຍໃນ ຈຳນວນ1ສະຫາຍ (ຍິງ); ຄຽງຄູ່ກັນນັ້ນ, ກໍ່ໄດ້ສະຫຼຸບຕີລາຄາ ແລະ ຮັບຍ້ອງຍໍບຸກຄົນ, ກົມກອງມີຜົນງານດີເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບຂະບວນການວຽກງານຮອບດ້ານຂອງການພັດທະນາແຂວງບໍ່ແກ້ວ.

ວຽກງານຕິດຕາມກວດກາ:ເພື່ອຮັບປະກັນຄຸນນະພາບການນໍາພາຂອງພັກ,ຄະນະພັກຮາກຖານໄດ້ເອົາໃຈໃສ່ຕໍ່ວຽກງານຕິດຕາມກວດກາພັກເປັນປົກກະຕິ, ເປັນຕົ້ນແມ່ນຕິດຕາມກວດກາການປະຕິບັດກົດລະບຽບພັກ, ມະຕິ, ຄຳສັ່ງ, ຄໍາແນະນໍາຕ່າງໆຂອງພັກ, ກົດໝາຍຂອງລັດ ແລະ ຕິດຕາມກວດກາລະບອບແບບແຜນນຳພາ ແລະ ວິທີເຮັດວຽກຂອງຄະນະພັກຮາກຖານ, ສະມາຊິກພັກ ຕາມໜ້າທີ່ການເມືອງ ໃນຂອບເຂດຄວາມຮັບຜິດຊອບພ້ອມທັງໄດ້ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງດ້ວຍການຍົກຍ້າຍ, ສັບປ່ຽນບ່ອນປະຈຳການຂອງພະນັກງານນຳພາ-ຄຸ້ມຄອງ, ພະນັກງານວິຊາການເຂົ້າໃສ່ຕຳແໜ່ງງານຕ່າງໆພາຍໃນຂະແໜງ ຈຳນວນ 13 ສະຫາຍ, ຍິງ 4 ສະຫາຍ.           

ແບບແຜນວິທີນໍາພາ ແລະ ວິທີເຮັດວຽກ

  ຄະນະພັກຮາກຖານ ພຊສ ຍາມໃດກໍມີສະຕິເຄົາລົບຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ໄດ້ປະຕິບັດລະບອບແບ່ງງານ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ແຕ່ລະສະຫາຍໄດ້ເປັນເຈົ້າການຊີ້ນໍາ-ນໍາພາວຽກງານທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນ ມີການປະຊຸມປຶກສາຫາລືເປັນໝູ່ຄະນະ, ໂດຍປະຕິບັດຕາມລະບອບບຸກຄົນຂຶ້ນກັບການຈັດຕັ້ງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ເຮັດວຽກຕາມແຜນການ, ແບບມີຈຸດສຸມ, ມີການສະຫຼູບຕີລາຄາ ແລະ ຖອດຖອນບົດຮຽນ, ສະຫຼູບລາຍງານ ແລະ ຂໍທິດຊີ້ນໍາຈາກຄະນະພັກຂັ້ນເທິງຢ່າງເປັນປົກກະຕິ.

8.ແບບແຜນດໍາລົງຊີວິດຂອງຄະນະພັກຮາກຖານ

ຄະນະພັກຮາກຖານ ພຊສໄດ້ດໍາລົງຊີວິດດ້ວຍຄວາມສັດຊື່ບໍລິສຸດ, ປອດໃສຂາວສະອາດ, ບໍ່ສວຍໂອກາດສ້າງຄວາມລໍ້າລວຍດ້ວຍທາງທີ່ຜິດຕໍ່ລະບຽບກົດໝາຍຕ່າງໆ, ບໍ່ຫລີ້ນກິນຟຸມເຟືອຍ, ບໍ່ພົວພັນກັບເລື່ອງສິ່ງເສບຕິດ, ພະຍາຍາມກໍ່ສ້າງ ແລະ ປັບປຸງຕົນເອງໃຫ້ເປັນທີ່ນັບຖືຂອງສະມາຊິພັກ-ພະນັກງານ, ກົມກອງ ຕະຫຼອດຮອດຄອບຄົວ ແລະ ສັງຄົມຢູ່ສະເໝີ.

      

  ຫຼັງຈາກນັ້ນ ເລຂາຄະນະພັກ ຮາກຖານ ໄດ້ຜ່ານ ດ້ານອ່ອນ - ຂໍ້ຄົງຄ້າງ ແລະ ໃຫ້ສະຫາຍ ຄະນະພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ສະມາຊິກພັກ ພາຍໃນ ຄະນະພັກ ຮາກຖານ ປະກອບຄໍາເຫັນໃສ່ຮ່າງບົດສໍາຫູວດການນໍາພາລວມ ຂອງຄະນະພັກຮາກຖານ.

- ແບບແຜນນໍາພາວິທີເຮັດວຽກ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກຄະນະພັກຂັ້ນເທິງຍັງເຮັດບໍ່ທັນໄດ້ດີເທົ່າທີຄວນເປັນ​ຕົ້ນ​ແມ່ນການຫັນເອົາມະຕິ,ຄໍາສັ່ງຕ່າງໆຂອງພັກ-ລັດມາຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເປັນອັນລະອຽດເຂົ້າໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບບາງ​ຄັ້ງຍັງ​ເຮັດ​​ຊັກ​ຊ້າ.

- ການສຶກສາອົບຮົບການເມືອງ-ແນວຄິດ ​ໃຫ້ສະມາຊິກພັກ-ພະນັກງານ ບາງ​ຄັ້ງບໍ່ທັນເລິກເຊິ່ງ ເຖິງຖອງ ແລະ ບໍ່ມີຫຼາຍວິທີເຮັດ, ຈຶ່ງພາໃຫ້ສະມາຊິກພັກ-ພະນັກງານຈໍານວນໜຶ່ງບາງ​ຄັ້ງ​ເກີດມີແນວຄິດຫຍໍ້​ທໍ້ ແລະ ຄວາມ​ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງຕົນບໍ່​ສູງ.

- ການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານມາເປັນແຜນການ,ແຜນງານລະອຽດຂອງຂະແໜງການເຂົ້າໃສ່ວຽກງານຕົວຈິງ ຍັງເຮັດບໍ່ທັນໄດ້ດີ, ເຮັດໃຫ້ບາງວຽກງານມີຜົນສຳເລັດ ແຕ່ຄຸນນະພາບບໍ່ສູງ.

- ການບັນຈຸຊັບຊ້ອນພະນັກງານ ເຂົ້າໃສ່ແຕ່ລະຂະແໜງການວິຊາສະເພາະຍັງບໍ່ທັນໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່,ຍ້ອນວ່າພະນັກງານໃໝ່ບົດຮຽນ ແລະ ປະສົບການຍັງບໍ່ທັນມີຫຼາຍ.

- ການເຄື່ອນໄຫວວຽກງານວິຊາສະເພາະ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແມ່ນວຽກໜຶ່ງທີ່ກ້ວາງຂວາງ ແລະ ໄດ້ພົວພັນກັບຫຼາຍພາກສ່ວນ, ຕະຫຼອດຮອດປະຊາຊົນບັນດາເຜົ່າຜ່ານມາບາງຄັ້ງກໍ່ເກີດມີຫາງສຽງບໍ່ດີ, ຄວາມບໍ່ເຂົ້າໃຈຂອງມະຫາຊົນຈຳນວນໜຶ່ງກະທົບຕໍ່ສະມາຊິກພັກ-ພະນັກງານ ແລະ ການນຳພາຂອງຄະນະພັກຮາກຖານ.

   ຈາກນັ້ນ ຜ່ານບົດສໍາຫຼວດຂອງບຸກຄົນ ໃນຄະນະພັກຮາກຖານຄືດັ່ງລຸ່ມນີ້:

1. ສະຫາຍ ຄໍາໝັ້ນ ຈັນທະລິດ ໄດ້ຂື້ນຜ່ານບົດສໍາຫຼວດຕົນເອງໃນການຊີ້ນໍາ-ນໍາພາໃນໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະວິທີແກ້ໄຂໃນຕໍ່ໜ້າ.