ໃນວັນທີ 24 ກັນຍາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີເປິດຂະບວນການແຂ່ງຂັນກິລາຊີງຂັນຫົວໜ້າ ພະແນກ ຊສ ແຂວງ ບໍ່ແກ້ວ ຄັ້ງທີ II ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານ ຂອງ ພະແນກ ຊສ ແຂວງ ບໍ່ແກ້ວ ແລະຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ບໍ່ແກ້ວ. ໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ມີຫົວໜ້າ ຮອງຫົວໜ້າ ຫ້ອງການ ຊສ 5 ເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານ-ລັດຖະກອນ ເຂົ້າຮ່ວມກັນຢ່າງພ້ອມພຽງ.

 

 ໃນພິທີ ທ່ານ ຄໍາໝັ້ນ ຈັນທະລິດ ໄດ້ຂື້ນກ່າວຈຸດປະສົງໃນຂະບວນການແຂ່ງຂັນກິລາ ໃນຄັ້ງນີ້ ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າໃນແຂວງ ບໍ່ແກ້ວ ພວມກະກຽມຄວາມພ້ອມດ້ານຕ່າງໆ ເພຶ່ອເປີດກອງປະຊຸມ 3 ຂັ້ນໂດຍສະເພາະແມ່ນກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງ ບໍ່ແກ້ວ ແລະ ຄຳນັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດຢ່າງເປັນຂະບວນກວ້າງຂວາງ ແລະຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມາຮອດມື້ນີ້ ເຊິ່ງເປັນມື້ໜຶ່ງ ທີ່ມີເງື່ອນໄຂເອື້ອອຳນວຍຄວາມສະດວກທຸກປະການ ແລະ ໂດຍການຕົກລົງເຫັນດີ ຈາກຄະນະພັກ ຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ຄະນະຮັບຜິດຊອບກິລາ ຈຶ່ງໄດ້ຈັດຕັ້ງພິທີເປີດຂະບວນການແຂ່ງຂັນກິລາຊິງຂັນຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ປະຈຳປີ 2020 ຂຶ້ນຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ.