ໃນເວລາ 8:00 ໂມງ ຂອງວັນທີ 23 ກັນຍາ 2020 ຄະນະພັກຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີປີດຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ຊຸດທີ I ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ, ມີສະມາຊິກພັກເຂົ້າຮ່ວມ ຈໍານວນ 35 ສະຫາຍ ຍິງ 09 ສະຫາຍ.
ອີງຕາມ ມະຕິຕົກລົງ ວ່າດ້ວຍ ການອະນຸມັດເປີດຮຽນກົດລະບຽບພັກ ປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ທີ່ເປັນເປົ້າໝາຍ ຂະຫຍາຍເຂົ້າພັກ ເລກທີ 175/ຄປພຂ.ບກ ບໍ່ແກ້ວ, ວັນທີ 10 ກຸມພາ 2020.
ຄະນະປະຈໍາພັກແຂວງ ຕົກລົງເຫັນດີໃຫ້ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ທີ່ມີລາຍຊື່ດັ່ງລຸ່ມນີ້:
1. ສະຫາຍ ອານຸສິນ ອິນວິໄຊທອງ
2. ສະຫາຍ ຫວານໃຈ ສຸລິຍະວົງ
3. ສະຫາຍ ນ. ສຸມະນີຄອນ ໃຈຍະສັກ
ໃນຕອນທ້າຍປະທານພິທີໄດ້ໃຫ້ຄຳໂອ້ລົມ ແລະໃຫ້ທິດຊີ້ນຳສະຫາຍເລຂາໜ່ວຍພັກ, ສະມາຊິກພັກ, ມະຫາຊົນກ້າວໜ້າທຸກສະຫາຍ ຕ້ອງກໍາໃຫ້ໄດ້ບັນດາສິດ, ໜ້າທີ່ ແລະ ຂໍ້ຫ້າມ ຂອງສະມາຊິກພັກ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນ ເປັນແບບຢ່າງໃຫ້ແກ່ມະຫາຊົນໃນທຸກດ້ານງານຕໍ່ການປະຕິບັດແນວທາງ, ພ້ອມດຽວກັນນີ້, ກໍ່ເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສ ແລະມີວິທີການເຮັດວຽກທີ່ຖືກຕ້ອງເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນໄດ້ຢ່າງມີປະສິດທິພາບ.