ໃນຕອນເຊົ້າເວລາ 08:30 ຂອງວັນທີ 07 ກໍລະກົດ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ວຽກງານ ຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ  ທົ່ວປະເທດ ເປັນຕົ້ນວຽກງານການຂື້ນທະບຽນອອກໃບຕາດິນ 6 ເດືອນຕັ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ, ຄາດໝາຍສູ້ຊົນການຂື້ນທະບຽນອອກໃບຕາດິນຢູ່ແຕ່ລະແຂວງໃນ 5 ປີຕໍ່ໜ້າ (2021-2025) ແລະ ຄວາມຄືບໜ້າໃນການສ້າງແຜນຈັດສັນທີ່ດິນ ແລະ ແຜນຄຸ້ມຄອງດ້ານສິ່ງແວດລ້ອມ ແບບຮອບດ້ານຂອງແຂວງ ຜ່ານລະບົບ (Video Conference). ຮ່ວມກັບ ຄະນະນຳ ກະຊວງ, ຫ້ອງການ, ບັນດາກົມ, ກອງ, ສະຖາບັນ. ໂດຍການເປັນປະທານ ຂອງ ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.  

       ໃນກອງປະຊຸມ ພຊສ ແຂວງ ແລະນະຄອນຫຼວງ ໄດ້ລາຍງານຄວາມຄືບໜ້າ ໃນການອອກໃບຕາດິນ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນ ທ້າຍປີ ແລະ ແຜນສູ້ຊົນອອກໃບຕາດິນໃຫ້ສຳເລັດໃນ 5 ປີ ຕໍ່ໜ້າ (2021-2025).

       ໃນກອງປະຊຸມບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງກໍ່ໄດ້ອະທິບາຍ, ຊີ້ແຈງ ແລະ ແນະນຳວຽກຕ່າງໆ ໃຫ້ແກ່ ພຊສ ແຂວງ, ນະຄອນຫຼວງ ເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.

        ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຂອງທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ໂດຍໄດ້ເນັ້ນໜັກໃຫ້ແຕ່ລະແຂວງເອົາໃຈໃສ່ສືບຕໍ່ຂື້ນທະບຽນອອກໃບຕາດິນ 6 ເດືອນທ້າຍປີ ໃຫ້ສຳເລັດຕາມແຜນການ ພ້ອມທັງເນັ້ນໃຫ້ແຕ່ລະແຂວງ, ນະຄອນຫຼວງ ສືບຕໍ່ ສ້າງແຜນຈັດສັນທີ່ດິນ ຕິດພັນກັບການຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ຂອງແຂວງໃຫ້ສຳເລັດໂດຍໄວ.