ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 11 ມີນາ 2021 ທ່ານ ຄໍາໝັ້ນ ຈັນທະລິດ ກຳມະການພັກແຂວງ ,ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ພ້ອມດ້ວຍບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງຊຸກຍູ້ວຽກງານຂະແໜງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ຢູ່ເມືອງ ປາກທາ  ໂດຍໄດ້ເຂົ້າພົບ ທ່ານ ສຸໄລ ດວງຜາຄໍາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ປາກທາ ເພື່ອແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວວຽກງານ ຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ.

    ຈາກນັ້ນ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ພ້ອມທິມງານໄດ້ລົງພົບປະໂອ້ລົມ ແລະ ເຮັດວຽກນຳຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງປາກທາ ໂດຍມີ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ປາກທາ ເຂົ້າຮ່ວມ.

       ທ່ານ ໄພວັນ ວັນນາທອງ ຫົວໜ້າຫ້ອງການ ຊສ ເມືອງ ປາກທາ ໄດ້ລາຍງານການການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ຫົວໜ້າ ພຊສ ແຂວງຮັບຮູ້. ຫລັງຈາກນັ້ນບັນດາຂະແໜງການທີ່ກ່ຽວ ຂ້ອງຂອງແຂວງກໍ່ໄດ້ແນະນຳບັນດາໜ້າວຽກຂອງຕົນໃຫ້ເມືອງສືບຕໍ່ເອົາໃຈໃສ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ສຳ ເລັດຕາມແຜນການ.

    ໃນກອງປະຊູມ ທ່ານ ຄໍາໝັ້ນ ຈັນທະລິດ ກໍ່ໄດ້ເນັ້ນໜັກໃຫ້ ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ພະນັກງານ-ລັດຖະກອນ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ປາກທາ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ ຕາມສິດ ແລະ ພາລະບົດບາດຂອງຕົນຢ່າງເຕັມສ່ວນ ສຸມໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມແຜນການທີ່ວາງໄວ້ ເປັນຕົ້ນແມ່ນວຽກງານການຂຶ້ນທະບຽນອອກໃບຕາດິນ, ເນັ້ນໜັກໃຫ້ເອົາໃຈໃສ່ການຄູ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດໂດຍການລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນທູກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈ ຕອນທ້າຍ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ.