Print

       ໃນເວລາ 8:00 ໂມງ ຂອງວັນທີ 23 ກັນຍາ 2020 ຄະນະພັກຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ໄດ້ຈັດພິທີປີດຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ຊຸດທີ I ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໝັ້ນ ຈັນທະລິດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ, ມີສະມາຊິກພັກເຂົ້າຮ່ວມ ຈໍານວນ 35 ສະຫາຍ ຍິງ 09 ສະຫາຍ.

ອີງຕາມ ມະຕິຕົກລົງ ວ່າດ້ວຍ ການອະນຸມັດເປີດຮຽນກົດລະບຽບພັກ ປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ທີ່ເປັນເປົ້າໝາຍ ຂະຫຍາຍເຂົ້າພັກ ເລກທີ 175/ຄປພຂ.ບກ ບໍ່ແກ້ວ, ວັນທີ 10 ກຸມພາ 2020.

  ຄະນະປະຈໍາພັກແຂວງ ຕົກລົງເຫັນດີໃຫ້ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງ ບໍ່ແກ້ວ ເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ທີ່ມີລາຍຊື່ດັ່ງລຸ່ມນີ້:

   1. ສະຫາຍ ອານຸສິນ ອິນວິໄຊທອງ 

   2. ສະຫາຍ ຫວານໃຈ ສຸລິຍະວົງ

   3. ສະຫາຍ ນ. ສຸມະນີຄອນ ໃຈຍະສັກ

   ໃນຕອນທ້າຍປະທານ​ພິທີໄດ້​​ໃຫ້​ຄຳ​ໂອ້ລົມ ແລະໃຫ້ທິດ​ຊີ້​ນຳສະຫາຍເລຂາໜ່ວຍພັກ, ສະມາຊິກພັກ, ມະຫາຊົນກ້າວໜ້າທຸກສະຫາຍ ຕ້ອງກໍາໃຫ້ໄດ້ບັນດາສິດ, ໜ້າທີ່ ແລະ ຂໍ້ຫ້າມ ຂອງສະມາຊິກພັກ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນ ເປັນແບບຢ່າງໃຫ້ແກ່ມະຫາຊົນໃນທຸກດ້ານງານຕໍ່​ການ​ປະ​ຕິ​ບັດ​ແນວ​ທາງ​, ພ້ອມ​ດຽວ​ກັນ​ນີ້, ກໍ່ເພື່ອ​ສ້າງ​ໃຫ້​ບັນ​ດາ​ສະ​ມາ​ຊິກພັກ, ພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງມີ​ທັດ​ສະ​ນະ​ຫຼັກ​ໝັ້ນ​ຊົນ​ຊັ້ນໜັກ​ແໜ້ນ, ມີ​ຄຸນ​ສົມ​ບັດສິນ​ທຳ​ປະ​ຕິ​ວັດ ແລະມີ​ແນວ​ຄິດ​ອຸ່ນ​ອ່​ຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ມີ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ປອດ​ໃສ ແລະມີ​ວິ​ທີ​ການ​ເຮັດ​ວຽກ​ທີ່​ຖືກ​ຕ້ອງເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນໄດ້ຢ່າງມີປະສິດທິພາບ.