ໃນເວລາ 08:00 ໂມງ ຂອງວັນທີ 17 ມິຖຸນາ 2020 ທີຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ຈັດພິທີການ ສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈຳປີ 2020 ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແກ່ນຈັນ ທຳມະແສງ ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ, ມີຄະນະກໍາມະການຄວບຄຸມການສອບທີ່ມາຈາກ ຄະນະຈັດຕັ້ງແຂວງ,ຄະນະກວດກາພັກ-ລັດ ແຂວງພະແນກພາຍໃນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ 09 ທ່ານ ແລະ ມີນັກສອບເສັງເຂົ້າຮ່ວມການສອບເສັງຄັດເລືອກລັດຖະກອນໃໝ່ 37 ທ່ານ, ຍິງ 11 ທ່ານ. 

     ທ່ານ ອານຸສິດ ສີປະເສີດ ຫົວໜ້າ ຂະແໜງ ຈັດຕັ້ງ ແລະ ພະນັກງານ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ຂື້ນຜ່ານ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງໆບໍ່ແກ້ວ, ສະບັບເລກທີ 481/ຈຂ.ບກ ລົງວັນທີ 16 ມິຖຸນາ 2020 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບການສອບເສັງເອົາລັດຖະກອນໃໝ່ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ແລະ ຕາງໜ້າ ພະແນກ ພາຍໃນ ຂື້ນຜ່ານ ກົດລະບຽບການສອບເສັງຄັດເລືອກ ເອົາລັດຖະກອນໃໝ່ ປະຈຳປີ 2020.